Daily Archives: October 5, 2012

ໂຄງການນັກລົງທຶນ

Standard

ໂຄງການນັກລົງທຶນ ຕ່າງຊາດໃນລາວ

ໂຄງການ ລົງທຶນໃຫຍ່ໆ ຂອງນັກລົງທຶນ ຕ່າງຊາດ ໃນລາວ ສ່ວນໃຫຍ່ ແມ່ນມາໃຊ້ ຊັພຍາກອນ ທັມມະຊາດ ໃນລາວ ຫລາຍກວ່າ ບໍ່ແມ່ນມາພັທນາ ເສຖກິດລາວ ໃຫ້ຍືນຍົງ ເປັນຍ້ອນການ ຈັດຕັ້ງ ປະຕິບັດ ສັນຍາ ບໍ່ຮັດກຸມ ແລະຫນັກແຫນ້ນ ຍ້ອນມີການ ສໍ້ຣາສບັງຫລວງ ໃນລາວ.

ການພັທນາ ເສຖກິດ ໃນສປປລາວ ທີ່ອາສັຍ ຊັພຍາກອນ ທັມມະຊາດ ເປັນຫລັກ ຊື່ງເປັນການພັທນາ ທີ່ຫລາຍປະເທດ ເຮັດກັນ ເພາະບໍ່ມີທາງ ເລືອກອື່ນ ແລະ ຫລາຍຄົນກໍ່ບອກ ວ່ານະໂຍບາຍ ໃນການພັທນາ ແບບນີ້ ເປັນນະໂຍບາຍ ທີ່ດີ ແຕ່ຍ້ອນການ ສໍ້ຣາສບັງຫລວງ ແລະ ການບໍ່ຮັດແຫນ້ນ ໃນການລົງນາມ ໃຫ້ສຳປະທານ ໃນໂຄງການຕ່າງໆ ຈື່ງເຮັດໃຫ້ນັກ ລົງທືນຕ່າງຊາດ ສວຍໂອກາດໃນ ການລົງທືນໃນລາວ.

ນັກວິຊາການລາວ ທ່ານນື່ງ ຜູ້ທີ່ບໍ່ປະສົງ ອອກຊື່ເວົ້າວ່າ ໂຄງການລົງທືນໃຫຍ່ໆ ຈາກນັກລົງທືນ ຕ່າງຊາດໃນລາວ ສ່ວນໃຫຍ່ແມ່ນມາ ໃຊ້ຊັພຍາກອນ ທັມມະຊາດ ໃນລາວ ບໍ່ແມ່ນມາເພື່ອພັທນາ ໃຫ້ລາວ ຍື່ນຍົງ ກຸ່ມດັ່ງກ່າວເມື່ອ ຊັພຍາກອນ ທັມມະຊາດ ໃນລາວຫມົດໄປ ຂະເຈົ້າກໍ່ຈະ ອອກຫນີຈາກລາວ ແລະ ກໍ່ໄປຊອກຫາແຫຼ່ງ ຊັພຍາກອນ ທັມມະຊາດ ຈາກປະເທດອື່ນໆອີກ ເພື່ອການລົງທືນ ຫາກຳໄຣ. ໂຄງການໃຫຍ່ໆ ທີ່ນັກລົງທືນ ຕ່າງຊາດສວຍໃຊ້ ຊັພຍາກອນ ທັມມະຊາດ ໃນລາວ ກໍ່ແມ່ນໂຄງການ ສ້າງເຂື່ອນໄຟຟ້າ ການຂຸດຄົ້ນແຮ່ທາດ ແລະການປູກຕົ້ນໄມ້ ເສຖກິດເພດຕ່າງໆ ເປັນຕົ້ນແມ່ນ ຢາງພາລາ.

ສຳລັບໂຄງການ ສ້າງເຂື່ອນໄຟຟ້ານັ້ນ ຊັພຍາກອນ ທັມມະຊາດ ທີ່ຣັຖບານລາວ ສູນເສັຽໄປກໍ່ແມ່ນ ແມ່ນ້ຳລຳທານ ແລະລໍານ້ຳສາຂາ ປະເພດຕ່າງໆ ໃນລາວ ທີ່ຖືກຕັດແລະຕັນ ເຮັດໃຫ້ນ້ຳຖ້ວມ ໃນພື້ນທີ່ຫລາຍແຫ່ງ ຄາດວ່າ ມີລໍານ້ຳສາຂາ ເກືອບຮອດ 70 ແຫ່ງໃນທົ່ວປະເທດ ຈະຖືກຕັດແລະຕັນ ຍ້ອນການສ້າງເຂື່ອນ ຮ່ວມດ້ວຍແມ່ນ້ຳຂອງ ຊື່ງເປັນແຫລ່ງ ຫາຢູ່ຫາກີນທີ່ ອຸດົມສົມບູນຂອງ ຊາວລາວມາແຕ່ ດຶກດຳບັນ ກໍ່ຈະຖືກທຳລາຍ ໃນບາງສ່ວນ ຖ້າມີການສ້າງເຂື່ອນ.

ການສູນເສັຽ ຊັພຍາກອນນ້ຳ ທີ່ສົ່ງຜົລເຮັດ ໃຫ້ເກີດພັຍແຫ້ງແລ້ງ ຕາມພາກສ່ວນເຂດ ປູກຝັງໃນລາວ ຫລາຍແຫ່ງ ໃນຣະຍະຫລັງໆມານີ້. ນອກຈາກການເສັຽ ຊັພຍາກອນນ້ຳ ແລ້ວ ການສ້າງເຂື່ອນຍັງ ເຮັດໃຫ້ເສັຽ ປ່າໄມ້ນຳອີກ ເພາະພື້ນທີ່ສ້າງ ເຂື່ອນສ່ວນໃຫຍ່ ຈະມີປ່າໄມ້ປົກຫຸ້ມ ແຕ່ກໍ່ຖືກຕັດ ໄປຂາຍໂດຍກຸ່ມ ນາຍທືນ. ອີງຕາມການຄົ້ນຄວົ້າ ໂຄງການສ້າງເຂື່ອນ ຕ່າງໆໃນລາວ ທີ່ຣັຖບານລາວ ຈະອະນຸຍາດ ໃຫ້ນັກລົງທືນຕ່າງຊາດ ສ້າງຢ່າງນ້ອຍ 70 ເຂື່ອນ ໃນອານາຄົດ ຊັພຍາກອນ ທັມມະຊາດ ຄິດເປັນມູນຄ່າ ທາງດ້ານເສຖກິດ ທີ່ຮັຖບານລາວ ຈະສູນເສັຽໄປ ຄາດວ່າຈະຫລາຍ ພັນລ້ານໂດລາ ໃນນັ້ນ ຮ່ວມດ້ວຍມູນຄ່າ ປ່າໄມ້ ເສັຽຫາຍ ພື້ນທີ່ຖືກນ້ຳຖ້ວມ ແລະ ການສູນເສັຽ ສະພາບແວດລ້ອມ ຣະບົບນິເວດ ວີຖີຊີວີດຂອງ ປະຊາຊົນທ້ອງຖີ່ນ ແລະ ໂຄງການສ້າງເຂື່ອນ ກໍ່ເປັນໂຄງການ ພັທນາ ທີ່ບໍ່ຍືນຍົງ ເພາະຫລັງຈາກ 30-40 ປີ ໃນສັນຍາທີ່ ເຂື່ອນດ່ັງກ່າວ ຈະຕົກເປັນ ກັມມະສິດ ຂອງຣັຖບານລາວ ບໍ່ຮູ້ວ່າ ຈະມີ ສະມັດຕະພາບ ໃນການຂາຍ ໄຟຟ້າໄດ້ຫລືບໍ. ເຈົ້າຫນ້າທີ່ລາວ ທ່ານນື່ງເວົ້າວ່າ:

“ໂຄງການທີສອງ ທີ່ນັກລົງທືນ ຕ່າງຊາດ ມາສວຍໂອກາດ ໃຊ້ຊັພຍາກອນ ທັມມະຊາດ ຂອງລາວ ໃນການລົງທືນ ເພື່ອຫາກຳໄຣ ນັ້ນກໍ່ແມ່ນການ ຂຸດຄົ້ນແຮ່ທາດ. ສຳລັບໂຄງການ ຂຸດຄົ້ນແຮ່ທາດແລ້ວ ຖືວ່າເປັນການ ສູນເສັຽ ຊັພຍາກອນ ທັມມະຊາດ ທີ່ລາວມີຢູ່ ລາຍໃຫຍ່ໃຫ້ແກ່ ນັກລົງທືນຕ່າງຊາດ ເປັນຕົ້ນການຂຸດຄົ້ນ ຄຳທີ່ບໍ່ເຊໂປນ ທອງແດງທີ່ພູຄຳ ແລະ ບໍ່ຄຳທີ່ພູເບັຽ ບໍ່ສັງກະສີ ອາລູມີນຽມ ບອກໄຊ ແລະບໍ່ອື່ນໆໃນລາວ ລ້ວນແລ້ວແຕ່ການ ສູນເສັຽ ຊັພຍາກອນ ທັມມະຊາດ ຂອງລາວທັງນັ້ນ. ການຂຸດຄຳທີ່ໂຊໂປນ ແຂວງສວັນນະເຂດ ຄາດວ່າ ນັກລົງທືນ ມີລາຍໄດ້ຈາກ ການຂຸດຄົ້ນ ຫລາຍພັນລ້ານໂດລາ ໂດຍສ່ວນຮ່ວມ, ຣັຖບານລາວ ກໍ່ບໍ່ໄດ້ຫຍັງຫລາຍ ນອກຈາກຄ່າຊົດເຊີຍ ແລະອາກອນ ບາງເລັກນ້ອຍເທົ່ານັ້ນ ປະຊາຊົນທ້ອງຖີ່ນ ກໍ່ໄດ້ ຮັບຜົລກະທົບ. ນອກຈາກຈະບໍ່ມີ ລາຍໄດ້ແລ້ວ ພື້ນທີ່ ອອ້ມແອ້ມ ແລະແມ່ນ້ຳລຳທານ ໃກ້ກັບສະຖານທີ່ ຂຸດບໍ່ນັ້ນ ກໍ່ອາດຈະໃຊ້ ການບໍ່ໄດ້ ເປັນເວລາດົນນານ ຫລືອາດຈະໃຊ້ ບໍ່ໄດ້ເລີຍ.

ນີ້ເວົ້າສະເພາະ ບໍ່ຄຳທີ່ເຊໂປນ ບໍ່ດຽວ ຖ້າຮວມບໍ່ຕ່າງໆ ທີ່ຮັຖບານ ຈະອະນຸຍາດ ໃຫ້ນັກລົງທືນ ມາຂຸດຄົ້ນກວ່າ 70 ບໍ່ແລ້ວ ຄາດວ່າ ຊັພຍາກອນ ທັມມະຊາດ ຂອງລາວ ຈະສູນຫາຍໄປ ບໍ່ຮູ້ວ່າຈະຫລາຍ ປານໃດ ເຈົ້າຫນ້າທີ່ລາວ ອີກທ່ານນື່ງເວົ້າວ່າ:

“ການຂຸດຄົ້ນແຮ່ທາດ ນອກຈາກຈະເສັຽ ແຮ່ທາດທີ່ເປັນ ຊັພຍາກອນ ທັມມະຊາດ ອັນລ້ຳຄ່າຂອງລາວ ມາແຕ່ດຶກດຳບັນ ແລ້ວຍັງຈະເສັຽ ປ່າໄມ້ ແມ່ນ້ຳລຳທານ ສັດສາວາສີ່ງ ຣະບົບນິເວດ ນຳອີກ ຖ້າຄິດເປັນເງີນແລ້ວ ຄາດວ່າ ຫລາຍຕື້ໂດລາ ແລະ ໂຄງການດັ່ງກ່າວ ກໍ່ບໍ່ເປັນໂຄງການ ພັທນາທີ່ຍືນຍົງ ຖ້າແຮ່ທາດ ຫມົດໄປ ກຸ່ມນັກລົງທືນ ກໍ່ຈະອອກໄປ ຈາກລາວແລະ ຣັຖບານລາວ ກໍ່ເປັນ ຜູ້ຮັບຜິດຊອບ ໃນການສະສາງ ແລະບຳບັດພື້ນທີ່ ເອົາເອງ.

ໂຄງການລົງທືນ ລາຍໃຫຍ່ ອັນດັບສາມ ທີ່ນັກລົງທືນ ຕ່າງຊາດມາໃຊ້ ຊັພຍາກອນ ທັມມະຊາດ ໃນລາວ ໃນການຫາກຳໄຣ ທີ່ສຳຄັນອີກ ອັນນື່ງ ກໍ່ແມ່ນການປູກ ຕົ້ນໄມ້ເສຖກິດ ດັ່ງການປູກ ຢາງພາລາ. ໂຄງການການ ປູກຢາງພາລາ ເປັນໂຄງການທີ່ ໃຊ້ຊັພຍາກອນ ທັມມະຊາດ ລາຍໃຫຍ່ໃນລາວ ເຊັ່ນຕົວຢ່າງ ການປູກ ຢາງພາລາ ຈະໃຊ້ພື້ນທີ່ ຫລາຍສີບພັນເຮັກຕາ ໃນທົ່ວປະເທດ ໂຄງການດັ່ງກ່າວ ນອກຈາກຈະເສັຽ ພື້ນທີ່ແລ້ວ ກໍ່ຍັງເສັຽປ່າໄມ້ ແລະແມ່ນ້ຳລຳທານ ນຳອີກ ເພາະ ກຸ່ມນາຍທືນ ຕ້ອງໄດ້ຕັດໄມ້ ອອກໄປຂາຍ ຈາກພື້ນທີ່ກ່ອນ ຈະປູກຢາງພາລາ ໄດ້ ການຕັດຕົ້ນໄມ້ ໃນຫລາຍພັນເຮັກຕາ ກໍ່ເປັນ ກັມມະສິດລາຍໄດ້ ຂອງນັກລົງທືນ ຣັຖບານລາວ ກໍບໍ່ມີສ່ວນໄດ້ ຈາກການຂາຍໄມ້ນີ້. ເຈົ້າຫນ້າທີ່ລາວ ອີກທ່ານນື່ງເວົ້າວ່າ:

“ການປູກ ຢາງພາລາ ນອກຈາກຈະເສັຽ ພື້ນທີ່ ຫລາຍພັນເຮັກຕາ ໃນທົ່ວປະເທດແລ້ວ ກໍ່ຍັງຈະເຮັດ ໃຫ້ດີນ ແລະແມ່ນ້ຳລຳທານ ເສັຽຫາຍນຳອີກ ເພາະສານເຄມີ ທີ່ກຸ່ມນັກລົງທືນ ໃຊ້ໃນການປູກຝັງ. ມູນຄ່າຂອງ ຊັພຍາກອນ ທັມມະຊາດ ທີ່ລາວເສັຽໄປ ຈາກການປູກ ຢ່າງພາລາ ຖ້າຈະຄິດເປັນເງີນ ກໍ່ອາດຈະຕົກ ຢູ່ຢ່າງ ມະຫາສານ ແລະກໍ່ເປັນ ໂຄງການພທັນາ ບໍ່ຍືນຍົງ ເພາະວ່າຖ້າຣາຄາ ຢາງພາລາຕົກ ກຸ່ມດ່ັງກ່າວ ກໍ່ອາດຈະບໍ່ປູກ ຫລືອອກຫນີໄປ ແລະພື້ນທີ່ປູກ ຢາງພາລາ ກໍ່ອາດ ໃຊ້ການບໍ່ໄດ້ ເພື່ອປູກພືດຊນີດອື່ນ ເພາະສານເຄມີ ທີ່ໃຊ້ໃນການປູກ.

ເຖີງຢ່າງໃດ ກໍ່ຕາມ ນັກວີຊາການ ທ່ານດຽວກັນນັ້ນ ກ່າວເພີ້ມອີກວ່າ ສີ່ງທີ່ຣັຖບານລາວ ຄວນຈະເຮັດ ໃນການໃຫ້ສຳປະທານ ແກ່ນັກລົງທືນ ຕ່າງຊາດ ໃນໂຄງການ ເຫລົ່ານັ້ນ ກໍ່ແມ່ນວ່າ:

1- ຣັຖບານຄວນ ກຳນົດສ່ວນແບ່ງ ໃນການລົງທືນ ຈາກກຸ່ມ ບໍຣິສັດດັ່ງກ່າວ ໃນອັຕຣາອັນ ເຫມາະສົມ ເພື່ອມາພັທນາ ເສຖກິດຂອງຊາດ ບໍ່ແມ່ນເກັບເອົາ ແຕ່ອາກອນພາສີ ຈາກການ ສຳປະທານ ເທົ່ານັ້ນ.

2- ຣັຖບານລາວ ຄວນໃຫ້ ບໍຣິສັດຜູ້ ລົງທືນຝືກອົບຣົມ ພນັກງານລາວ ກ່ຽວກັບວຽກງານ ໃນໂຄງການ ເຫລົ່ານັ້ນ ໃນຣະຍະຍາວ ເພື່ອຈະເປັນ ຊັພຍາກອນມະນຸດ ໃນລາວ ໃນອານາຄົດ ດັ່ງການສ້າງເຂື່ອນ ການຂຸດຄົ້ນແຮ່ທາດ ແລະ ການປູຸກຕົ້ນໄມ້ ເສຖກິດ.

3- ກຳນົດກົດເກນ ການປັບປຸງພື້ນທີ່ ແລະຣະບົບນິເວດ ໃຫ້ຊັດເຈນ ໃນເຂດພື້ນທີ່ ທີ່ມີການລົງທືນ ຫລັງຈາກ ທີ່ກຸ່ມນາຍທືນ ອອກຫນີໄປ.

4- ພື້ນທີ່ ໃນການລົງທືນ ຕ້ອງໃຫ້ເປັນ ເຫມືອນເດີມ ຫລັງຈາກສີ້ນສຸດ ການລົງທືນ ດັ່ງການຂຸດຄົ້ນ ແຮ່ທາດ ພື້ນທີ່ດັ່ງກ່າວ ຫລັງຈາກໝົດ ແຮ່ທາດແລ້ວກໍ່ຈະ ສາມາດ ເອົາມາໃຊ້ປະໂຫຍດ ແນວອື່ນໄດ້.

5- ສົ່ງເສີມການລົງທືນ ທີ່ຍືນຍົງໃນ ຂແນງອື່ນໆ ດັ່ງການທ່ອງທ່ຽວ ແລະອຸດສາຫະກັມ ຜລີດເພື່ອສົ່ງອອກ ໃຫ້ແກ່ ປະຊາຊົນລາວ ໃນຣະຍະຍາວ ເປັນແຜນການ ການລົງທືນທີ່ດີ ໃນລາວ.

ເປັນທີ່ຮູ້ກັນວ່າ ໂຄງການ ການລົງທືນໃນລາວ ຈາກນັກລົງທືນ ຕ່າງຊາດ ສ່ວນໃຫຍ່ ແມ່ນບໍຣິສັດ ຂນາດນ້ອຍ ແລະຂນາດກາງ ເປັນກຸ່ມທີ່ມີ ທືນນ້ອຍ ແລະກໍບໍ່ມາ ເພື່ອຈະພັທນາ ໃຫ້ລາວມີເສຖກິດ ກ້າວຫນ້າ ມາເພື່ອຜົລປະໂຫຍດ ຕົນເອງຫລາຍກວ່າ. ປະເທດທີ່ມີ ການລົງທືນລາຍ ໃຫຍ່ໃນລາວ ໃນເວລານີ້ ກໍ່ແມ່ນຈີນ ໄທແລະວຽດນາມ ສຳລັບຈີນແລ້ວ ກໍ່ແມ່ນກຸ່ມ ນັກລົງທືນລາຍນ້ອຍ ໄທແລະວຽດນາມ ກໍ່ເຫມືອນກັນ.

ນັກວິເຄາະທາງ ດ້ານເສຖກິດ ໃນລາວທ່ານນື່ງ ພັດເວົ້າວ່າ ໂຄງການພັທນາ ໃນລາວ ເປັນໂຄງການທີ່ ສ້າງລາຍໄດ້ໃຫ້ ແກ່ຣັຖບານລາວ ບໍ່ດ່ັງນັ້ນ ສປປລາວ ຈະມີລາຍໄດ້ ມາຈາກໃສ ອາສັຍແຕ່ການ ຊ່ອຍເຫລືອຂອງ ຕ່າງປະເທດ ກໍ່ບໍ່ຈົບສີ້ນຈັກເທື່ອ ຊ້ຳຍັງເປັນຫນີ້ ຕ່າງປະເທດຫລາຍຂື້ນ ໃນແຕ່ລະປີ.

ຖ້າຣັຖບານ ສາມາດປາບປາມ ການສໍ້ຣາສບັງຫລວງ ຊື້ຈ້າງຈອບອອຍ ຈາກເຈົ້າຫນ້າທີ່ ຣັຖແລ້ວ ໂຄງການພັທນາ ຕ່າງໆໃນລາວ ກໍ່ຈະສ້າງ ຜົລປະໂຫຍດຕໍ່ ປະເທດຊາດ ແລະ ປະຊາຊົນລາວ ໄດ້ຫລາຍຂື້ນ.

ການລົງທືນໂດຍບໍ່ຕ້ອງຜ່ານ ກະຊວງແຜນການ

Standard

ການລົງທືນ ໂດຍບໍ່ຕ້ອງຜ່ານ ກະຊວງແຜນການ

ຂັ້ນແຂວງສາມາດ ອານຸມັດ ການສັມປະທານ ການລົງທືນ ຈາກຕ່າງປະເທດ ໂດຍບໍ່ຕ້ອງ ຜ່ານກະຊວງ ແຜນການ

ແຜນການ ສົ່ງເສີມການ ລົງທືນຂອງ ຣັຖະບານລາວ ປັດຈຸບັນນີ້ ຂັ້ນແຂວງ ສາມາດ ອານຸມັດ ການສັມປະທານ ການລົງທືນ ຈາກຕ່າງ ປະເທດ ໂດຍບໍ່ຕ້ອງ ຜ່ານກະຊວງ ແຜນການ ແລະການ ລົງທືນ ເວັ້ນເສັຽຈາກ ໂຄງການ ຂຸດຄົ້ນ ແຮ່ທາດ ໂຄງການສ້າງ ເຂື່ອນຜລິດ ກະແສ ໄຟຟ້າ ຊື່ງຕ້ອງສົ່ງ ໃຫ້ກະຊວງ ເປັນຜູ້ ພິຈາຣະນາ, ຕາມການ ເປີດເຜີຽ ຂອງເຈົ້າໜ້າ ທີ່ຂັ້ນສູງ ກົມການ ສົ່ງເສີມ ແລະຄຸ້ມຄອງ ການລົງທືນ ທີ່ນະຄອນ ຫລວງວຽງຈັນ.

ບາງແຂວງ ທີ່ສາມາດ ມີເງື່ອນໄຂ ໃນການ ອານຸມັດ ການລົງທືນ ໃນໂຄງການ ທີ່ສົ່ງເສີມນັ້ນ ຄັນມັນບໍ່ມີ ຂອບເຂດ ຢູ່ໃນບັນຊີ ສົ່ງເສີມແລ້ວ ບໍ່ວ່າຈະ ທືນນ້ອຍ ຫລືທືນຫລາຍ ກໍແມ່ນ ສາມາດໃຫ້ແຂວງ ເປັນຜູ້ ອານຸມັດໄດ້ ພໍສະລຸບ ໄດ້ວ່າ ຂັ້ນແຂວງ ສາມາດ ອານຸມັດ ການລົງທືນ ໃຫ້ເອກະຊົນ ພາຍໃນ ແລະຈາກຕ່າງ ປະເທດ ໃນຈໍານວນ ປະເພດ ການລົງທືນ ທີ່ຣັຖະບານກາງ ໄດ້ລະບຸ ໄວ້ໃນບັນຊີ ການສົ່ງເສີມ ການລົງທືນ ລະດັບແຂວງ ເທົ່ານັ້ນ, ສ່ວນອໍານາດ ໃນການ ອານຸມັດ ການລົງທືນ ລະດັບໃຫ່ຽໆ ຍັງຕ້ອງແມ່ນ ທາງກະຊວງ ເປັນຜູ້ ພິຈາຣະນາ. ທ່ານວ່າ ນະໂຍບາຍ ໃໝ່ນີ້ແມ່ນ ເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ນັກ ລົງທືນ ທັງພາຍໃນ ແລະຈາກຕ່າງປະເທດ.

ໝາຍຄວາມວ່າ ຈະມີການ ອານຸຍາດ ໃຫ້ມີຄວາມ ສະດວກໃນ ການຈົດ ທະບຽນງ່າຍຂື້ນ ຕາມກົດໝາຍ ບາງຂະແໜງ ທີ່ບໍ່ຕິດພັນ ກັບສິດ ສັມປະທານບໍ່ ເຣື້ອງໄຟຟ້າ ເຣື້ອງບໍ່ແຮ່ ຕ່າງໆ ກໍຈະເປີດ ໃຫ້ມີການ ຈົດທະບຽນ. ການອານຸມັດ ການລົງທືນ ທີ່ບໍ່ຕ້ອງຜ່ານ ກະຊວງ ແຜນການ ແລະ ການລົງທືນນັ້ນ ໄດ້ແກ່ ການລົງທືນ ຂະແນງ ກະສິກັມ. ເຖິງຢ່າງໃດ ກໍດີ ນະໂຍບາຍ ໃໝ່ນີ້ກໍຈະ ບໍ່ອານຸຍາດ ໃຫ້ລະດັບ ແຂວງ ອານຸມັດ ການລົງທືນ ທີ່ມີມູນ ຄ່າສູງໄດ້ ຈະວ່າ ຂະແໜງ ໃດກໍດີ.