Daily Archives: October 6, 2012
ADB ສະໜັບສະໜູນແຜນພັດທະນາ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ
ADB ສະໜັບສະໜູນແຜນພັດທະນາ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ
ແຜນຍຸດທະສາດຮ່ວມພັດທະນາປະເທດຂອງທະນາຄານພັດທະນາອາຊີ (ADB) ສຳລັບ ສປປ ລາວ ໄລຍະ 2012-2016 ແມ່ນໄດ້ສ້າງຂຶ້ນເພື່ອຊ່ວຍລັດຖະບານໃນການສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍ ຮອບດ້ານ ແລະ ໝັ້ນຄົງ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ.
ການຈະເລີນເຕີບໂຕຢ່າງຮອບດ້ານຈະຕ້ອງສຸມໃສ່ຂົງເຂດການພັດທະນາຊົນນະບົດ ບ່ອນທີ່ປະຊາຊົນທຸກຍາກສ່ວນໃຫຍ່ອາໄສຢູ່ ໂດຍຜ່ານການປັບປຸງໂຄງລ່າງພື້ນຖານດ້ານເສັ້ນທາງຄົມມະນາຄົມ ແລະ ພະນັກງານ ການເສີມຂະຫຍາຍຕ໋ອງໂສ້ທີ່ສ້າງມູນຄ່າ ການປັບປຸງເສັ້ນທາງອອກສູ່ຕະຫຼາດ ແລະ ການບໍລິການສັງຄົມຕ່າງໆ ພ້ອມທັງເດີນໜ້າການເຊື່ອມຈອດລະຫວ່າງຕົວເມືອງ ແລະ ຊົນນະບົດ.
ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງໄວວາ ໂດຍໄດ້ຮັບແຮງຍູ້ຈາກຂະແໜງການຊັບພະຍາກອນທຳມະຊາດ (ພະລັງງານໄຟຟ້ານ້ຳຕົກ ແລະ ການຂຸດຄົ້ນບໍ່ແຮ່) ເຊິ່ງເປັນປັດໄຈຊຸກຍູ້ຫຼັກຕໍ່ກັບການຂະຫຍາຍຕົວດັ່ງກ່າວ.
“ແຜນຍຸດທະສາດຮ່ວມພັດທະນາຂອງ ADB ສຳລັບ ສປປ ລາວ ໄລຍະ 2012-2016 ແມ່ນໄດ້ສ້າງຂຶ້ນເພື່ອຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 7 ຂອງລັດຖະບານ ແລະ ທັງດຳເນີນໄປຕາມທິດທາງແຜນຍຸດທະສາດ 2020 ຂອງ ADB ເຊິ່ງມີຈຸດມຸ່ງໝາຍເຮັດໃຫ້ອາຊີ ແລະ ປາຊີຟິກ ຫຼຸດພົ້ນອອກຈາກຄວາມທຸກຍາກ” ທ່ານ ຈັອງ ຈີນາຍ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ກ່າວວ່າ: “ແຜນຍຸດທະສາດຮ່ວມພັດທະນາຂອງ ADB ສຳລັບ ສປປ ລາວ ເຊິ່ງໄດ້ຮັບການຮ່ວມມືໃນການກະກຽມ ແລະ ການປຶກສາຫາລືຢ່າງໃກ້ຊິດກັບລັດຖະບານ ບັນດາຄູ່ຮ່ວມພັດທະນາ ລວມທັງພາກເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ເຊິ່ງໃນນັ້ນ ລວມມີອົງການທີ່ບໍ່ສັງກັດລັດຖະບານ ຈະຊຸກຍູ້ ສປປ ລາວ ໃຫ້ພົ້ນອອກຈາກຄວາມທຸກຍາກ ແລະ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020”.
ແຜນຍຸດທະສາດຮ່ວມພັດທະນາປະເທດ ມີຈຸດປະສົງແນໃສ່ເພື່ອເພີ່ມປະສິດທິຜົນ ແລະ ຄວາມຍືນຍົງ ໂດຍຜ່ານການດຳເນີນງານໂຄງການທີ່ເພີ່ມຂຶ້ນຕະຫຼອດໄລຍະຂອງແຜນງານ ເພີ່ມທະວີການຮ່ວມມືໂດຍຜ່ານແຜນງານການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ເພີ່ມຄວາມເອົາໃຈໃສ່ຕໍ່ກັບບັນຫາທີ່ເກີດຂຶ້ນໃໝ່ ໃນຂະນະທີ່ເສດຖະກິດພວມປ່ຽນແປງຢ່າງໄວວາ ແຜນຍຸດທະສາດຮ່ວມພັດທະນາປະເທດ ໄດ້ຖືເອົາ 4 ຂົງເຂດໜ້າວຽກເປັນໃຈກາງອັນສຳຄັນ ເຊິ່ງມີຜົນຕໍ່ການອອກແບບ ແລະ ມຸ່ງເນັ້ນໃສ່ບັນດາກິດຈະກຳຕ່າງໆ ລວມທັງການພັດທະນາຂະແໜງການເອກະຊົນ ການບໍລິຫານການປົກຄອງ ຄວາມສະເໝີພາບຍິງ-ຊາຍ ພ້ອມທັງການຮ່ວມມື ແລະ ການເຊື່ອມເຂົ້າກັນໃນພາກພື້ນ.
ແຜນຍຸດທະສາດຮ່ວມພັດທະນາໄດ້ສຸມໃສ່ 4 ຂະແໜງການຫຼັກ ເຊັ່ນ: ສຶກສາ ກະສິກຳ ແລະ ຊັບພະຍາກອນທຳມະຊາດ ນ້ຳສະອາດ ພ້ອມດ້ວຍໂຄງລ່າງພື້ນຖານຂອງຕົວເມືອງ ແລະ ການບໍລິການອື່ນໆ ແລະ ພະລັງງານ ການເສີມສ້າງຄວາມເຂັ້ມແຂງດ້ານຂະແໜງການບໍລິຫານຄຸ້ມຄອງລັດ ແມ່ນຖືເປັນບັນຫາຂອງຂະແໜງການລວມ ເຊິ່ງຂະແໜງການດັ່ງກ່າວແມ່ນເປັນບັນຫາຫຼັກ ໃຫ້ແກ່ການພັດທະນາທີ່ມີປະສິດທິພາບ ແລະ ປະສິດທິຜົນໃນ ສປປ ລາວ.
ສາວລາວ ບຽດຊະນະ ມາເລເຊຍ 3-2 ເຕະບານຍິງຊີງແຊ້ມອາຊຽນ
ນັກເຕະສາວລາວ ລົງສະໜາມນັດທຳອິດ ສາມາດໄລ່ແຊງເອົາຊະນະສາວມາເລເຊຍ ໄປໄດ້ແບບຫວຸດຫວິດ 3-2ໃນການແຂ່ງຂັນເຕະບານຍິງຊີງແຊ້ມອາຊຽນ 2012 ທີ່ນະຄອນໂຮ່ຈິນມິນ ສສ ຫວຽດນາມ ຂະນະທີ່ວັນທີ 18ກັນຍາ 2012ກຽມລົງຊີ້ຊະຕາກັບທີມຊາດໄທ.
ຄວາມເຄື່ອນໄຫວຂອງການແຂ່ງຂັນເຕະບານຍິງຊີງແຊ້ມອາຊຽນ 2012 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ລະຫວ່າງວັນທີ 13-22ກັນຍາ 2012ຫຼ້າສຸດອີງຕາມຂໍ້ມູນຈາກເວັບໄຊ aseanfootball.org ລາຍງານໃຫ້ຊາບ ວັນທີ 17ກັນຍາ 2012ຜ່ານມາວ່າ: ນັກເຕະສາວລາວ ລົງສະໜາມນັດທຳອິດຂອງກຸ່ມ B ວັນທີ 16ກັນຍາ 2012ພົບກັບມາເລເຊຍ ທີ່ນັດທຳອິດເສຍໃຫ້ທີມຊາດໄທ ມາ 0-4ແລະ ເປັນສາວລາວ ທີ່ສາມາດໄລ່ແຊງເອົາຊະນະສາວມາເລເຊຍ ໄປໄດ້ແບບຫວຸດຫວິດ 3-2ໂດຍທີມລາວ ໄດ້ປະຕູອອກນຳກ່ອນ 1-0ຈາກການຍິງຂອງ ສຸພາວັນ ໄພວັນ ນາທີໆ 18ແຕ່ ມາເລເຊຍ ມາໄດ້ສອງປະຕູລວດຈາກ Masturah Majid ນາທີໆ 39ແລະ Zaryatie Zakaria ນາທີໆ 79ກ່ອນທີ່ພຽງນາທີດຽວຕໍ່ມາ ສາວລາວ ມາໄດ້ຈຸໂທດ ແລະ ກໍເປັນ ສຸຈິດຕາ ພອນຫາລາດ ຍິງເຂົ້າໄປ ແນວໃດກໍຕາມຈາກການເສຍປະຕູດັ່ງກ່າວ ມາເລເຊຍ ກໍອອກຈາກການແຂ່ງຂັນ ສົ່ງຜົນໃຫ້ຝ່າຍຈັດການແຂ່ງຂັນໃຫ້ ລາວ ຊະນະ 3-2.
ສຳລັບທີມຊາດລາວ ຈະລົງສະໜາມນັດສຸດທ້າຍຂອງຮອບທຳອິດ ກັບທີມຊາດໄທ ເພື່ອຍາດເອົາອັນດັບທີ 1 ຂອງກຸ່ມ ໃນວັນທີ 18 ກັນຍາ 2012 ນີ້ ເວລາ 16:00 ໂມງ ແນວໃດກໍຕາມ ທີມສາວລາວ ແມ່ນໄດ້ຜ່ານເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ເນື່ອງຈາກວ່າສາຍນີ້ ມີພຽງ 3 ທີມເຂົ້າຮ່ວມ ເພາະວ່າກ່ອນການແຂ່ງຂັນ ອິນໂດເນເຊຍ ຂໍຖອນຕົວນັ້ນເອງ.
ການສ້າງ-ສ້ອມແປງທາງ ຢູ່ນະຄອນຫຼວງ
ເພື່ອນຜູ້ອ່ານຂາປະຈຳຈາກບ້ານຂຸນຕາ ສ່ອງແສງມາໃນວັນສຸກ ທີ 7/9/2012 ວ່າ: ຢາກໃຫ້ບໍລິສັດທີ່ຮັບເໝົາສ້ອມແປງທາງ ຢູ່ຈຸດສວນສາທາລະນະເຈົ້າຟ້າງຸ່ມ ເບິ່ງຄືນແດ່? ເພາະຫຼາຍເດືອນແລ້ວ ທາງຕໍ່ໜ້າພະແນກສຶກສານະຄອນຫຼວງ ບໍ່ແລ້ວປານນີ້ ! ມື້ກ່ອນລູກຊາຍຂີ່ລົດໄປຕົກຂຸມຈົນແຂນຫັກ ວ່າຊັ້ນ !.
ເວົ້າເລື່ອງການປັບປຸງ-ສ້ອມແປງເສັ້ນທາງຢູ່ນະຄອນຫຼວງເຮົາໃນໄລຍະນີ້ ແມ່ນມີຫຼາຍເສັ້ນແທ້ໆ ສະນັ້ນ ຜູ້ຂັບຂີ່ຍານພາຫະນະທັງຫຼາຍຕ້ອງມີສະຕິ ຄ່ອຍໄປຄ່ອຍມາ ບໍ່ຊັ້ນມີຜົນກະທົບຕໍ່ຕົນເອງ ຄືດັ່ງເຫດການທີ່ກ່າວມາຂ້າງເທິງ.
ບາດນີ້ແມ່ນເວົ້າເລື່ອງບໍລິສັດຮັບເໝົາ ກໍ່ຄວນຕິດຕັ້ງປ້າຍເຕືອນ… ກາງຄືນກໍ່ຕ້ອງມີດອກໄຟເຍືອງ ເພື່ອແຈ້ງໃຫ້ຜູ້ຂັບຂີ່ໄດ້ຮູ້… ປ້າຍເຕືອນ ຫຼື ໄຟ ຕ້ອງມີລັກສະນະພິເສດ ມີແສງສະທ້ອນ ຄົນຈຶ່ງຈະແນມເຫັນໄດ້ງ່າຍ!…
ກ່ຽວຂ້ອງກັບເຈົ້າຂອງໂຄງການອີກ ຕ້ອງກວດກາຜູ້ຮັບເໝົາ ເພື່ອໃຫ້ຮູ້ສາເຫດວ່າ ເປັນຫຍັງຈຸດນັ້ນແກ່ຍາວເວລາແທ້ ມີເຫດຜົນແນວໃດ? ຄວນຖອນໃຫ້ຜູ້ອື່ນເຮັດບໍ?.
ການສ້ອມແປງເສັ້ນທາງຢູ່ນະຄອນຫຼວງນີ້ລຳບາກ ເພາະຄົນອາໄສຢູ່ຫຼາຍ… ການສັນຈອນກໍ່ບໍ່ສາມາດປິດໄດ້ ສະນັ້ນ ບໍລິສັດໃດຈະມາປະມູນຕ້ອງໄດ້ຄຳນຶງເຖິງຈຸດນີ້ ຄັນແມ່ນວ່າຕົນບໍ່ມີຄວາມສາມາດກໍ່ບໍ່ຄວນເຂົ້າມານໍ? ຜ່ານມາກໍ່ມີບາງບໍລິສັດເສຍຊື່ສຽງຍ້ອນ ບໍ່ທໍ່ນັ້ນ ທຶນຮອນເຄື່ອນໄຫວກໍ່ຕ້ອງມີພໍສົມຄວນ ເພາະເວລາມັນບີບ.
ຢູ່ປະເທດອື່ນຄັນແມ່ນມີອຸບັດເຫດຈາກກໍ່ລະນີເສັ້ນທາງຢູ່ໄລຍະການສ້ອມແປງນີ້… ຫາກບໍ່ມີລະບົບແຈ້ງເຕືອນທີ່ໄດ້ມາດຕະຖານ ບໍລິສັດຜູ້ຮັບເໝົາຕ້ອງເປັນຜູ້ໃຊ້ຈ່າຍ…! ບໍ່ຈ່າຍ ບໍລິສັດປະກັນໄພເຂົາຈະຟ້ອງຂຶ້ນສານເພື່ອຕັດສິນ ສຳລັບຢູ່ບ້ານເຮົາກໍ່ບໍ່ແນ່ວ່າໃນຕໍ່ໜ້າ ບໍລິສັດປະກັນໄພຊິບໍຟ້ອງເນີ ! ແນວວ່າເຂົາຕ້ອງຈ່າຍຄ່າປະກັນໄພໃຫ້ລູກຄ້າເຂົາ.
ພວກເຮົາສ່ອງແສງຫຼາຍເທື່ອເລື່ອງການກໍ່ສ້າງ ແລະ ສ້ອມແປງທາງຢູ່ນະຄອນຫຼວງ ໄດ້ລົມນຳວິຊາການທີ່ເປັນເຈົ້າຂອງໂຄງການ ລົມນຳຜູ້ຮູ້ຫຼາຍທ່ານຈຶ່ງຮູ້ວ່າ ສ່ວນຫຼາຍໂຄງການບໍ່ໄປບໍ່ມານັ້ນແມ່ນຍ້ອນຜູ້ຮັບເໝົາຂາດທຶນໝູນວຽນ ຜ່ານມາຜູ້ຮັບເໝົາເຊັນສັນຍາສຳປະທານແລ້ວ ເອົາເອກະສານໄປຄ້ຳປະກັນ ແລ້ວເອົາເງິນຈາກທະນາຄານໃດໜຶ່ງມາເປັນທຶນກໍ່ສ້າງ… ດຽວນີ້ທະນາຄານເຂົາຮັດກຸມເລື່ອງດອກເບ້ຍ ເລື່ອງໜີ້ສິນ ເລີຍກະທົບຕໍ່ທຶນໝູນວຽນຂອງບໍລິສັດ.
ສະນັ້ນ ຫຼາຍຄົນທີ່ໄດ້ລົມເລື່ອງການກໍ່ສ້າງ ແລະ ສ້ອມແປງທາງຢູ່ນະຄອນຫຼວງນີ້ ມີຄຳເຫັນວ່າ: ເຈົ້າຂອງໂຄງການຄວນເຂັ້ມງວດ ແລະ ກວດກາລະອຽດເຖິງທຶນຮອນ ແລະ ຄວາມສາມາດຂອງບໍລິສັດຜູ້ທີ່ຈະເຂົ້າປະມູນ… ແມ່ນຢູ່ວ່າທຸກວຽກທຸກງານມັນກໍ່ຕ້ອງມີທີ່ໄປທີ່ມານໍ? ມີນ້ຳຮ້ອນນ້ຳຊາ… ແຕ່ກໍ່ຄວນມີຂອບເຂດ ມີເພດານ ເພາະຫາກວ່າໂຍະຍານ ເຫັນອົກເຫັນໃຈເກີນໄປ ມັນກໍ່ສ້າງຜົນກະທົບເຖິງຫຼາຍຢ່າງ ໃນນັ້ນມີອັນໜຶ່ງສຳຄັນແທ້ໆ ແມ່ນສຽງຈົ່ມວ່າຈາກສັງຄົມ ທີ່ເວົ້າໄປໂລເລ ຂາດເຫດຜົນເນີ ! ແລ້ວກະທົບເຖິງລະບົບການບໍລິຫານ
Office 2013 ປັບໜ້າຕາໃຊ້ງານລະບົບສຳຜັດ
ລາຍງານຂ່າວຫຼ້າສຸດຈາກໄມໂຄຣຊອບ (Microsoft) ໂດຍເປີດເຜີຍວິໄສທັດຂອງຊອບແວ (Software) ທີ່ມີຜູ້ໃຊ້ຫຼາຍທີ່ສຸດໃນໂລກ ແລະ ຖືເປັນຜະລິດຕະພັນລ້ຳເລີດຂອງໄມໂຄຣຊອບ ນັ້ນຄື Office 2013 ເຊິງບໍ່ພຽງແຕ່ມີການປັບປຸງໜ້າຕາການທຳງານໃຫ້ໃຊ້ສະດວກຍິ່ງຂຶ້ນ ແຕ່ຍັງຮອງຮັບການໃຊ້ງານຜ່ານລະບົບສຳຜັດອີກດ້ວຍ ໂດຍສະເພາະເມື່ອນຳໃຊ້ໃນແທັບເລັດ (Tablet) Windows 8 ແຖມຍັງປັບປ່ຽນນິເວດທາງທຸລະກິດຂອງການໃຊ້ຊອບແວ ດ້ວຍການເກັບຄ່າບໍລິການສະມາຊິກ ແລະ ຄລາວ ຄອມພິວຕິງ (Cloud Computing)…
ທິດທາງຂອງການປັບປຸງໜ້າຕາ Office 2013 ແມ່ນປ່ຽນຈາກການທີ່ມີເຄື່ອງມືຫຼາຍໂພດ ຈົນໃຊ້ບໍ່ໝົດ ຫຼື ຫົກຈົນຊອກບໍ່ເຫັນ ໄປສູ່ໜ້າຕາໃໝ່ທີ່ງ່າຍໆ ແລະ ຕອບສະໜອງການໃຊ້ງານຢ່າງໄວວາ ນອກນີ້ຍັງໃຊ້ງານໄດ້ທັງ PC ແລະ ຄອມພິວເຕີລະບົບໜ້າຈໍສຳຜັດ ເຊັ່ນ ແທັບເລັດ ໄດ້ເປັນຢ່າງດີ Office 2013 ຍັງສະໜັບສະໜູນການທຳງານຮ່ວມກັບສະໄຕລາສ (stylus) ກັບແອັບພລິເຄເຊິນ (Applications) ຕ່າງໆ ດ້ວຍຟິດເຈີ (Feature) ທີ່ຮຽກວ່າ “inking” ໃນຂະນະທີ່ການໃຊ້ງານໃນພີຊີ ຈະສາມາດສະມັກເປັນສະມາຊິກເພື່ອໃຊ້ງານຮ່ວມກັບຄລາວ (Cloud) ໂດຍຈ່າຍຄ່າບໍລິການສຳລັບການໃຊ້ SkyDrive ນອກຈາກນີ້ ການໃຊ້ບໍລິການຕອບໂຕ້ລະຫວ່າງຜູ້ໃຊ້ Office 2013 ດ້ວຍກັນ ຈະເປັນລູກຫຼິ້ນໃໝ່ທີ່ຖືວ່າແມ່ນການປ່ຽນແປງຄັ້ງໃຫຍ່ຂອງຊອບແວໂຕນີ້ອີກດ້ວຍ ຢ່າງໃດກໍ່ຕາມ ສຳລັບ Office ເວີເຊິນ ເວບເບດ (Web-based) ຈະຍັງໃຫ້ໃຊ້ລ້າຢູ່ ແຕ່ຖ້າເປັນເວີເຊິນເດສະທອບ (Desktop) ຈະມີບ່ອນໃຫ້ສະມັກສະມາຊິກ ເພື່ອໃຊ້ບໍລິການຢູ່ນຳ.
ສຳລັບທ່ານໃດທີ່ສົນໃຈຢາກທົດລອງນຳໃຊ້ Office 2013 Customer Preview ສາມາດດາວໂຫຼດໄດ້ທີ່ :
http://www.microsoft.com/office/preview/en
ເພື່ອພິຈາລະນາວ່າ ມັນເປັນຕາໃຊ້ງານຫຼາຍໜ້ອຍສ່ຳໃດ ກ່ອນທີ່ຜະລິດຕະພັນສົມບູນຈະເປີດໂຕຢ່າງເປັນທາງການ ແລະ ວາງຕະຫຼາດໃນໄລຍະທ້າຍປີນີ້ ຊຶ່ງລະບົບປະຕິບັດການທີ່ຈະໃຊ້ຊຸດແອັບພລິເຄເຊິນ Office 2013 ໄດ້ນັ້ນ ຈະຕ້ອງແມ່ນ Windows7, Windows 8 ຫຼື Windows RT (ສຳລັບແທັບເລັດ) ເທົ່ານັ້ນ.
WhatsApp ແມ່ນຫຍັງ?
WhatsApp ແມ່ນຫຍັງ? ເຊື່ອວ່າຫຼາຍຄົນທີ່ໃຊ້ມືຖືແບບສະມາດໂຟນ ກໍ່ຕ້ອງເຄີຍໄດ້ຍິນຄຳຖາມ ທີ່ຖາມວ່າ ໃຊ້ WhatsApp ບໍ? ໄດ້ລົງ WhatsApp ຫຼືຍັງ? ຊຶ່ງອາດເຮັດໃຫ້ຫຼາຍຄົນເກີດອາການມຶນງົງ ວ່າ WhatsApp ນີ້ ມັນແມ່ນຫຍັງກັນແທ້… ດັ່ງນັ້ນ ເພື່ອບໍ່ໃຫ້ຕົກກະແສ ເຮົາມາຮູ້ຈັກກັບ WhatsApp ກັນດີກວ່າ…
“WhatsApp” ແມ່ນ ແອັບພລິເຄເຊິນ ສຳລັບມືຖື ໃຊ້ເພື່ອສົ່ງຂໍ້ຄວາມແບບບໍ່ຈຳກັດ ລວມທັງການສົ່ງຮູບພາບ ສຽງ ແລະ ວີດີໂອ ຂ້າມລະບົບປະຕິບັດການ (Platform) ເຊັ່ນວ່າ iPhone, BlackBerry, Android ແລະ Nokia ຊ່ວຍໃຫ້ສາມາດ Chat ກັບໝູ່ເພື່ອນທີ່ໃຊ້ມືຖືຕ່າງລະບົບປະຕິບັດການ ຕົວຢ່າງ: ທ້າວ ກ ໃຊ້ງານ BlackBerry ແຕ່ທ້າວ ຂ ໃຊ້ງານ Android ທັງສອງຄົນສາມາດ Chat ກັນໄດ້ງ່າຍໆ ໂດຍບໍ່ຕ້ອງໂທລົມກັນ ພຽງແຕ່ໃຊ້ WhatsApp ຊຶ່ງຈະຕ້ອງເຊື່ອມຕໍ່ຜ່ານລະບົບ GPRS/EDGE, WiFi ແລະ 3G.
ສະຫຼຸບ WhatsApp ແມ່ນໂປຣແກຣມ Chat ທີ່ມິລັກສະນະການທຳງານຄ້າຍຄືກັບ MSN ທີ່ຫຼາຍຄົນຮູ້ຈັກກັນດີ.
WhatsApp ສາມາດດາວໂຫຼດ ແລະ ໃຊ້ງານໄດ້ “ຟຣີ” ສຳລັບ BlackBerry, Android ແລະ Nokia ສ່ວນຜູ້ທີ່ໃຊ້ iPhone ຖ້າຫາກຕ້ອງການໃຊ້ WhatsApp ນັ້ນ ຈະຕ້ອງໄດ້ເສຍຄ່າໃຊ້ຈ່າຍເພື່ອຊື້ ແອັບຯ ໃນລາຄາ $ 0,99.
WhatsApp ເຮັດຫຍັງໄດ້ແດ່?
-ສາມາດ ແຊັດ ກັນໝູ່ເພື່ອນໄດ້ ເຖິງວ່າຈະໃຊ້ງານໂທລະສັບມືຖືຕ່າງລະບົບກໍ່ຕາມ ເພາະ WhatsApp ໃຊ້ເບີໂທລະສັບໃນການເຊື່ອມຕໍ່
-ສາມາດສົ່ງຂໍ້ຄວາມ ຮູບພາບ ວີດີໂອ ແລະ ຄລິບສຽງຕ່າງໆ ໄດ້ຢ່າງວ່ອງໄວ
-ສາມາດສ້າງກຸ່ມເພື່ອໃຊ້ງານ ສຳລັບເວົ້າລົມກັນສະເພາະກຸ່ມໄດ້
-WhatsApp ຮອງຮັບ ແລະ ເຊື່ອມຕໍ່ການສົ່ງຂໍ້ຄວາມລະຫວ່າງ iPhone ແລະ ໂທລະສັບມືຖືຮຸ່ນອື່ນໆໄດ້ເປັນຢ່າງດີ
-WhatsApp ໃຊ້ງານໄດ້ງ່າຍ ດ້ວຍໜ້າຕາທີ່ລຽບງ່າຍ
ສາມາດດາວໂຫຼດ WhatsApp ໄດ້ທີ່ : www.whatsapp.com
Windows 8 ເປີດໂຕ 26 ຕຸລາ ສົກນີ້ !
ໄມໂຄຣຊອບ (Microsoft) ປະກາດເມື່ອວັນພຸດທີ່ຜ່ານມາວ່າ (18/07/2012) ທາງບໍລິສັດໄດ້ກຳນົດວັນເປີດໂຕລະບົບປະຕິບັດການຮຸ່ນໃໝ່ Windows 8 ຢ່າງເປັນທາງການ ໃນວັນສຸກ ທີ 26 ຕຸລາ ປີນີ້ ຢ່າງໃດກໍ່ຕາມ ທາງໄມໂຄຣຊອບບໍ່ໄດ້ກ່າວເຖິງວ່າ ໄລຍະດັ່ງກ່າວຈະມີການວາງຈຳໜ່າຍ Surface ຫຼືບໍ່? …
ໄມໂຄຣຊອບ ໄດ້ທະວິດ (Twitter) ຂໍ້ຄວາມຜ່ານບັນຊີຜູ້ໃຊ້ @Windows ວ່າ “ໃຫ້ເຮັດເຄື່ອງໝາຍໃນລະບົບປະຕິບັດການຂອງທ່ານໄດ້ເລີຍ ວິນໂດ 8 ຈະເປີດໂຕໃນວັນທີ 26 ຕຸລາ 2012” ນອກຈາກນີ້ ສະຕີເວນ ໄຊນອບສະກີ ປະທານຝ່າຍວິນໂດຂອງບໍລິສັດ ຍັງໄດ້ປະກາດຂ່າວນີ້ ໃນກອງປະຊຸມຝ່າຍຂາຍປະຈຳປີ ຊຶ່ງເມື່ອຕົ້ນເດືອນຜ່ານມາ ໄມໂຄຣຊອບ ໄດ້ຢືນຢັນວ່າ Windows 8 ຈະເປີດໂຕໃນເດືອນຕຸລາ ແນ່ນອນ ແຕ່ບໍ່ໄດ້ລະບຸວັນຊັດເຈນ ໂດຍລະບົບປະຕິບັດການຮຸ່ນໃໝ່ ຈະສາມາດທຳງານຮ່ວມກັບອຸປະກອນອິນພຸດຕ່າງໆ (Input) ໄດ້ທຸກຊະນິດ ເຊັ່ນ ລະບົບໜ້າຈໍສຳຜັດ ເມົາສ (Mouse) ຄີບອດ (Keyboard) ແລະ ສະໄຕລັສ (Stylus).
ສຳລັບ ແທັບເລັດ (Tablet) Microsoft Surface ທີ່ກ່ອນໜ້ານີ້ມີລາຍງານວ່າ ຈະວາງຕະຫຼາດພ້ອມໆກັບ Windows 8 ແລະ ໄດ້ມີການແນະນຳສິນຄ້າດັ່ງກ່າວໄປແລ້ວເມື່ອເດືອນທີ່ຜ່ານມາ ແຕ່ທາງບໍລິສັດກໍ່ບໍ່ໄດ້ມີການກ່າວເຖິງ ຫຼື ໂພສ (Post) ຂໍ້ຄວາມແຕ່ຢ່າງໃດ ນອກຈາກນີ້ ທາງບໍລິສັດຍັງກ່າວເຖິງ Windows Phone 8 ອີກດ້ວຍ ໂດຍຄາດວ່າຈະມີກຳນົດເປີດໂຕໃນໄລຍະໃກ້ໆກັບວັນທີ່ Windows 8 ເປີດໂຕ ຊຶ່ງກໍ່ຕ້ອງລໍຖ້າຕິດຕາມເບິ່ງຄວາມຊັດເຈນອີກຕໍ່ໄປ.
ຮຽບຮຽງໂດຍ: ນ.ລາຊາ
ບັນຫາລົດຕິດຢູ່ບໍລິເວນຕະຫຼາດໂພນສະຫວ່າງ
ເພື່ອນຜູ້ອ່ານນາມວ່າ: ທ້າວ ກໍລະກັນ ຫຼວງລາດ ຂຽນ ຈ.ມ ລົງວັນທີ 6 ກັນຍາ 2012 ສ່ອງແສງເລື່ອງລົດຕິດຢູ່ບໍລິເວນຕະຫຼາດໂພນສະຫວ່າງ ນະຄອນຫຼວງເຮົານີ້ເອງ !.
ເວົ້າເລື່ອງລົດຕິດນີ້ ພວມເປັນເລື່ອງຟົດເດືອດຢູ່ນະຄອນຫຼວງ ເຊິ່ງມາຈາກຫຼາຍສາເຫດ… ຕາມ “ແນວລາວ” ໄດ້ໄປໂອ້ລົມສົນທະນາກັບຫຼາຍຄົນ ມີຄຳເຫັນຕ່າງກັນໃນການແກ້ໄຂ ເຊິ່ງພໍສະຫຼຸບໄດ້ດັ່ງນີ້:
1.ຕ້ອງຈຳກັດບໍ່ໃຫ້ຊື້ລົດ (ລົດສີ່ຕີນ) ໄດ້ຕາມໃຈ ນັບທັງຄອບຄົວ ແລະ ບໍລິສັດຕ່າງໆ… ບົດຮຽນນີ້ ຢູ່ປະເທດຫວຽດນາມ ເພິ່ນພວມດຳເນີນຢູ່.
2.ຕ້ອງບັງຄັບບໍ່ໃຫ້ຈອດລົດແຄມທາງ ດ້ວຍການສ້າງບ່ອນຈອດລົດໃຫ້ຫຼາຍຂຶ້ນ.
3.ໂຮງຮຽນ ສຳນັກງານໃດ ບໍ່ມີບ່ອນຈອດລົດ ຕ້ອງມີວິທີແນະນຳໃຫ້ສ້າງເດີ່ນຈອດລົດ.
4.ຕ້ອງມີເຈົ້າໜ້າທີ່ລາດຕະເວນເປັນປະຈຳຕາມເສັ້ນທາງສຳຄັນ ເພື່ອລົງໂທດພວກມັກຈອດລົດແຄມທາງດົນໂພດ.
ສຳລັບເນື້ອໃນ ຈ.ມ ຂອງເພື່ອນມີດັ່ງນີ້: ຂໍຮຽນ ແລະ ນັບຖືມາຍັງທ່ານ ບກ ໜັງສືພິມວຽງຈັນໃໝ່ ຂ້າພະເຈົ້າ ທ້າວ ກໍລະກັນ ຫຼວງລາດ ປັດຈຸບັນຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງແຕ່ລະວັນຂ້າພະເຈົ້າ ແລະ ປະຊາຊົນຫຼາຍໆທ່ານທີ່ອາໄສຢູ່ໃນເຂດບ້ານສີວິໄລ ບ້ານຄຳຮຸ່ງ ແລະ ເຂດບ້ານໃກ້ຄຽງ ຕ້ອງໄດ້ເດີນທາງຜ່ານຕະຫຼາດ ແລະ ພົບກັບຄວາມຫຍຸ້ງຍາກ ແລະ ຄວາມສັບສົນຂອງຕະຫຼາດໂພນສະຫວ່າງ ເຮັດໃຫ້ບັນຫາລົດຕິດຍາວ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງຜູ້ນຳໃຊ້ຖະໜົນຫົນທາງໃນເຂດດັ່ງກ່າວ ຊຶ່ງໃນເວລາຕອນເຊົ້າເຂົ້າມາເຮັດວຽກກໍລົດຕິດ ແລະ ໃນເວລາຕອນແລງເລີກວຽກກໍຕິດເອົາແທ້ເອົາວ່າ ກວ່າຈະຜ່ານດ່ານນັ້ນໄດ້ໃຊ້ເວລາເກືອບຊົ່ວໂມງ (ນັບແຕ່ສາມແຍກຕີນຄ້ອຍ ຫາສາມແຍກສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ບໍ່ຮອດສອງກິໂລ) ເນື່ອງຈາກການເຮັດເສັ້ນທາງທີ່ບໍ່ມີການສຶກສາຄັກແນ່ ບໍ່ໄດ້ມາດຖານ ແລະ ກໍມີການເຮັດຫຼາຍເລນ ຫຼາຍປ່ອງໃຫ້ລ້ຽວຫຼາຍເກີນໄປ ຜູ້ໜຶ່ງຢາກລ້ຽວເຂົ້າຕະຫຼາດ ຜູ້ໜຶ່ງຢາກລ້ຽວກັບ ທາງກໍນ້ອຍ ຊ້ຳບໍ່ໜຳຜູ້ຂັບຂີ່ກໍຈອດແຄມທາງເພີ່ມຂຶ້ນ ເຮັດໃຫ້ທາງໄປມີແຕ່ເລນດຽວ.
ຂ້າພະເຈົ້າເອງກໍເຫັນໃຈອ້າຍນ້ອງຕຳຫຼວດທີ່ມາປະຕິບັດໜ້າທີ່ວຽກງານຂອງຕົນຢູ່ໜ້າຕະຫຼາດ ຖ້າມາປະຕິບັດວຽກຜູ້ດຽວແມ່ນຈົນບາງຄັ້ງກໍຍັງບໍ່ຮູ້ວ່າຊິໂບກເປີດ ຫຼື ປິດທາງແນວໃດ ເພາະຮ່ອມທາງກາງແມ່ນມີຢູ່ຫຼາຍຊ່ອງໂພດ
ສະນັ້ນ ຕ້ອງໃຊ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນຢ່າງໜ້ອຍຕ້ອງສາມທ່ານ ແຕ່ຍັງບໍ່ພົ້ນລົດຕິດຄືເກົ່າ.
ຂ້າພະເຈົ້າກໍຮູ້ວ່າ ຕະຫຼາດ ກໍເປັນສ່ວນໜຶ່ງທີ່ສຳຄັນໃນການພັດທະນາປະເທດຊາດ ແຕ່ຖ້າມັນສ້າງຄວາມສັບສົນໃຫ້ປະຊາຊົນຜູ້ຜ່ານໄປມາ ກໍຕ້ອງປະສານກັບເຈົ້າຂອງຕະຫຼາດ ຫຼື ພາກເອກະຊົນ ຊ່ວຍກັນແກ້ໄຂ ບໍ່ແມ່ນຈະເອົາແຕ່ຜົນປະໂຫຍດສ່ວນຕົວຫຼາຍເກີນໄປ ຫຼື ປະປ່ອຍໃຫ້ເປັນບັນຫາແບບນີ້ ເພາະລົດໃນເຂດນະຄອນຫຼວງ ກໍນັບມື້ນັບຫຼາຍຂຶ້ນ ຊຶ່ງຖ້າປະບັນຫາໄວ້ ມັນກໍຍິ່ງຈະເພີ່ມໜັກຂຶ້ນເລື້ອຍໆ ສະນັ້ນ ຂ້າພະເຈົ້າຈຶ່ງຢາກສະເໜີທາງສື່ໜັງສືພິມ ຊ່ວຍເປັນຜູ້ປະສານງານໃຫ້ແນ່ ວ່າທາງຂັ້ນເທິງມີແຜນຈະແກ້ໄຂແນວໃດບໍ່? ຫຼື ແມ່ນພະແນກໂຍທານະຄອນຫຼວງ ຄວນເປັນເຈົ້າການບໍ? ແຕ່ຂ້າພະເຈົ້າຄິດວ່າ ຖ້າປິດຮ່ອມທາງກາງໄດ້ ແລະ ສ້າງເປັນທາງວົງວຽນໃຫ້ກວ້າງ ກໍຈະຊ່ວຍໃຫ້ບັນຫາລົດຕິດໄດ້ພໍສົມຄວນ ເໝືອນກັບບັນດາປະເທດທີ່ຈະເລີນແລ້ວ ທີ່ເຂົາເຈົ້າປະສົບຜົນສຳເລັດໃນການແກ້ໄຂບັນຫາດັ່ງກ່າວ.
ສຸດທ້າຍນີ້ ຂ້າພະເຈົ້າຂໍຂອບໃຈມາຍັງທ່ານ ບກ ມາໃນໂອກາດນີ້ ແລະ ຫວັງວ່າທ່ານຈະເປັນຜູ້ຊ່ວຍປະສານ ຫຼື ອອກຂ່າວ ເພື່ອໃຫ້ພາກສ່ວນກ່ຽວຂ້ອງຊອກວິທີແກ້ໄຂຊ່ວຍດ້ວຍ?.
ຄວາມສ່ຽງນໍ້າຖ້ວມວຽງຈັນ
ມື້ກ່ອນຂຽນບົດເລື່ອງນ້ຳຖ້ວມ ຢູ່ເມືອງບາງກອກ ປະເທດໄທ ວ່າສາເຫດຫຼັກມາຈາກການເປັ່ງນ້ຳລົງສູ່ທະເລບໍ່ໄດ້ ແລະ ນ້ຳອັ່ງ ເພາະມີການກໍ່ສ້າງຖົມຄອງນ້ຳທຳມະຊາດ ເຊິ່ງຂໍ້ມູນນີ້ເຂົາວ່າກັນເອງ! … ເລີຍຕັ້ງບັນຫາເລື່ອງນະຄອນຫຼວງວຽງຈັນ ອາດສ່ຽງເພາະດຽວນີ້ ມີການກໍ່ສ້າງຖົມຄອງນ້ຳ ຫຼື ໜອງກັນແລ້ວ !…
ໄດ້ອ່ານບົດ ການພັດທະນາຜັງເມືອງ ມີສ່ວນຊ່ວຍປ້ອງກັນໄພພິບັດຢ່າງໃດ ? ເຊິ່ງເປັນບົດສຳພາດທ່ານ ສຈ.ດຣ. ບຸນເຫຼື່ອມ ສີສຸລາດ ຢູ່ວາລະສານສະຖາປານິກ ແລະ ວິສະວະກອນກໍ່ສ້າງລາວ ສະບັບທີ 030 ເພິ່ນໃຫ້ທັດສະນະວ່າ: ຄວາມສ່ຽງຂອງນ້ຳຖ້ວມນະຄອນຫຼວງວຽງຈັນ ແມ່ນມາຈາກສອງສາເຫດ ຄື: ສາເຫດທີໜຶ່ງ ແມ່ນເກີດຈາກນ້ຳລົ້ນຄັນຄູ (ຊຶ່ງໄດ້ຮັບການກໍ່ສ້າງຂຶ້ນໃໝ່) ແລະ ອາດຈະເກີດຂຶ້ນໄດ້ທຸກໆ 30 ປີ ຕາມສະຖິຕິ.
ສາເຫດທີສອງ ແມ່ນເກີດຂຶ້ນຈາກນ້ຳຂັງພາຍໃນຕົວເມືອງ ຫຼືວ່ານ້ຳໄຫຼອອກບໍ່ທັນຍ້ອນຮ່ອງລະບາຍນ້ຳອູດຕັນ ຂາດປະຕູນ້ຳ ແລະ ເຄື່ອງຈັກດູດນ້ຳບໍ່ພຽງພໍ ແລະ ເໝາະສົມ.
ເວົ້າເລື່ອງນ້ຳຖ້ວມວຽງຈັນໃນໄລຍະ 50 ປີຜ່ານມານີ້ ມີ 3 ຄັ້ງ ຄື: ປີ 1966 1971 ແລະ 2008 ແຕ່ໃນຄັ້ງປີ 1966 ແມ່ນໜັກໜ່ວງຖ້ວມຕະຫຼາດເຊົ້າ ແລະ ສະໜາມບິນວັດໄຕ.
ຜ່ານການພົບປະໂອ້ລົມຫຼາຍຄົນ ແນວລາວ ກໍຄິດຄືກັນ ເລື່ອງອັນຕະລາຍຈາກນ້ຳຂອງບໍ່ຫ່ວງປານໃດ ເພາະມີການກໍ່ສ້າງຄູກັນນ້ຳຂອງແຂງແຮງແໜ້ນໜາ ແລະ ສູງພໍສົມຄວນ ແຕ່ພັດເປັນຫ່ວງນ້ຳຂັງ ຫຼື ນ້ຳອັ່ງຈາກທາງໃນ ຊຶ່ງອາດບໍ່ຮ້າຍແຮງເໝືອນປີ 1966 ແຕ່ຈະສ້າງຄວາມລຳຄານ ແລະ ມັນຈະແກ່ຍາວຍ້ອນນ້ຳໄຫຼອອກບໍ່ໄວ… ສະນັ້ນ ຫຼາຍຄົນຈຶ່ງຕັ້ງບັນຫາວ່າ ຄວນຈັດກອງປະຊຸມຍາດແຍ່ງເອົາຄວາມເຫັນຈາກຫຼາຍໆພາກສ່ວນ ແລະ ເມື່ອເປັນເອກະພາບກັນແລ້ວ ຈຶ່ງຊອກວິທີແກ້ໄຂບັນຫາທີ່ຈະເກີດຂຶ້ນໃນອະນາຄົດ ຕ້ອງໄດ້ຕັດສິນໃຈລົງທຶນກໍ່ສ້າງກິດຈະການໃດໜຶ່ງຢ່າງຈິງຈັງ ເພື່ອປ່ອຍນ້ຳອອກສູ່ນ້ຳຂອງໃຫ້ໄດ້ໄວທັນການ.
ສຳລັບຄວາມຄິດເຫັນເບື້ອງຕົ້ນຂອງທ່ານ ສຈ.ດຣ ບຸນເຫຼື່ອມ ສີສຸລາດ ຂຽນໄວ້ ມີດັ່ງນີ້:
1. ຄວນເອົາໃຈໃສ່ຈຸດປາຍທາງເສຍກ່ອນ ໝາຍຄວາມວ່າ ລະບົບລະບາຍນ້ຳອອກຈາກບຶງທາດຫຼວງ ລົງໃສ່ນ້ຳໝາກຮຽວ (ຫຼື ນ້ຳງື່ມ) ດ້ວຍເຮັດເປັນຮ່ອງລະບາຍນ້ຳຖາວອນ ຂະໜາດໃຫຍ່ ພຽງພໍກັບຄວາມຕ້ອງການ.
2. ການສະຫງວນເຂດບຶງທາດຫຼວງ ເພື່ອບໍ່ໃຫ້ມີການຖົມ ແລະ ເຮັດໃຫ້ບໍລິມາດບັນລຸນ້ຳໜ້ອຍລົງ ພ້ອມກັນນັ້ນກໍຄວນມີແຜນການລວງພື້ນບຶງ ແລະ ຂຸດເອົາຂີ້ຕົມອອກ ຕ້ອງມີວິທີສະກັດກັ້ນການລຸກລາມ ໂດຍການກໍ່ສ້າງເສັ້ນທາງເລາະບຶງທາດຫຼວງທັງສອງດ້ານ ເພື່ອກຳນົດເຂດຂອງບຶງໃຫ້ຈະແຈ້ງ.
3. ການປະສານສົມທົບກັບພາກສ່ວນຊົນລະປະທານ ເພື່ອເປັນເອກະພາບໃນດ້ານການໃຊ້ນ້ຳຈາກຮ່ອງລະບາຍນ້ຳ (ເພື່ອບໍ່ໃຫ້ມີປະຕູນ້ຳຕັນຮ່ອງລະບາຍນ້ຳ).
4. ຕາມຮ່ອງລະບາຍນ້ຳທີ່ໄດ້ສ້າງໄປແລ້ວ ຄວນມີການລວງຢູ່ເລື້ອຍໆ ແລະ ຖ້າຈຳເປັນຄວນມີການຕິດຕັ້ງປ້ຳດູດນ້ຳ ເປັນບ່ອນໆທີ່ໃຫ້ຮ່ອງນ້ຳຢູ່ຕົ້ນທາງບົກແຫ້ງລົງ (ໃນເວລາຍາມຝົນ).
5. ຂັ້ນຕອນສຸດທ້າຍແມ່ນ ການສຳຫຼວດຄືນວ່າ ຮ່ອງລະບາຍນ້ຳທີ່ຖືກຖົມໄປແລ້ວນັ້ນ ຍັງໄດ້ໃຊ້ການໄດ້ຫຼືບໍ່ ຄວນຂຸດຮ່ອງໃຫ້ຄື້ນຢູ່ສະພາບເດີມຫຼືບໍ່ ແລະ ອື່ນໆ … ຖ້າຫາກຮ່ອງທອງອຸດຕັນເຂດວັດຈັນ ອິນແປງ ອົງຕື້ ມີໄຊ ຫາຍໂສກ ເຊິ່ງເປັນເຂດເມືອງເກົ່າ ແລະ ຕ່ຳ ອາດຈະມີນ້ຳຖ້ວມນ້ຳຂັງໃນອະນາຄົດ.
ສັດລ້ຽງໃນຫ້ອງນອນ… ອັນຕະລາຍຕໍ່ສຸຂະພາບຂອງຄົນ
ສັດລ້ຽງໃນຫ້ອງນອນ… ອັນຕະລາຍຕໍ່ສຸຂະພາບຂອງຄົນ ນອນຮ່ວມກັນກັບໝາຄົນເຮົາອາດຕິດເຊື້ອໂຣກຈາກມັນໄດ້. ຈາກການສຶກສາຈາກນັກວິຊາການທາງການແພດໃນປະເທດເຢຍລະມັນພົບວ່າ: ຫາກໃຫ້ໝາຢູ່ເທິງຕຽງ ດຽວກັບເດັກ ຈະເຮັດໃຫ້ເດັກປ່ວຍດ້ວຍໂຣກລະບົບທາງເດີນຫາຍໃຈເຊັ່ນ: ນອນກົນ. ຄາລ ຟຣັງຄຣິນ ຈາກມະຫາວິທະຍາໄລແພດສາດອຸຍເມອາ (Umea) ແລະ ຜູ້ຮ່ວມງານໄດ້ເຮັດການ ກວດສອບຖາມຊາວສະແກນດີເນເວຍທີ່ເປັນໂຣກນອນກົນພົບວ່າ: 18% ຂອງພວກເຮົານອນກົນຢ່າງ ໜ້ອຍທີ່ສຸດອາທິດລະ 3 ຄືນ ໂດຍພວກເຂົາບອກວ່າ: ເຄີຍມີສັດລ້ຽງໃນຫ້ອງນອນໃນໄລຍະໄວເດັກ ແລະ ພວກເຂົາເຄີຍເປັນໂຣກຕິດເຊື້ອກ່ອນອາຍຸ 2 ປີ ຫລື ເປັນໂຣກຕິດເຊື້ອໃນຫູ ເຊິ່ງທ່ານໝໍຄາດ ວ່າສາເຫດຈະເປັນເພາະເຊື້ອໂຣກຈາກສັດລ້ຽງ ເຮັດໃຫ້ລະບົບທາງເດີນຫາຍໃຈຂອງຄົນອັກເສບ ແລະ ຜັນແປປ່ຽນເປັນໂຣກນອນກົນ. ນອກນີ້, ນັກວິໄຈດ້ານການນອນລັບຍັງກ່າວວ່າ: ຜູ້ໃຫຍ່ນອນຮ່ວມຕຽງດຽວກັບສັດລ້ຽງກໍ່ມີຜົນກະທົບ ຕໍ່ການນອນຫລັບ ເພາະຄວາມຕ້ອງການໃນການຫລັບຂອງຄົນ ແລະ ສັດບໍ່ປະສານກັນນັ້ນຄື: ແມວ ມັກຕື່ນໃນຕອນກາງຄືນ ແລະ ມັນໄປນອນທາງເທິງຫົວຂອງຄົນ. ສ່ວນໝາມັກຍ້າຍທີ່ນອນໃນກາງຄື້ນເລື້ອຍໆກິນນ້ຳ ແລະ ຍ່າງໄປມາ ແລະ 20% ຂອງໝາມັກນອນ ກົນ ແລະ 10% ຂອງໝາກໍ່ນອນກົນເຊັ່ນດຽວກັນ ຫລື ຫາກເປັນສັດລ້ຽງທີ່ມີຄູ່ຂອງມັນ ກໍ່ຍິ່ງຈະມີ ການລົບກວນເນື່ອງນັນຈົນເຮັດໃຫ້ເຈົ້າຂອງພວກມັນນອນບໍ່ຫລັບ.
ຫຼາຍແຫ່ງສະເຫຼີມສະຫຼອງວັນຄູແຫ່ງຊາດ
ວິທະຍາໄລຄູດົງຄຳຊ້າງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 18 ປີ (ວັນທີ 7 ຕຸລາ 1994-7ຕຸລາ 2012) ໄດ້ຈັດຂຶ້ນໃນວັນທີ 4ຕຸລາ 2012ທີ່ວິທະຍາໄລດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນສຸກ ທີລະສັກ ຫົວໜ້າກົມພາລະ ແລະ ສິລະປະ ກະຊວງສຶກສາທິການ ແລະ ກີລາ ທ່ານຮອງຫົວໜ້າກົມສ້າງຄູ ພ້ອມດ້ວຍຄະນະອຳນວຍການ ຄູ-ອາຈານ ແລະ ນ້ອງນັກສຶກສາ ແຂກທີ່ຖືກເຊີນເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນຄູແຫ່ງຊາດໃນຄັ້ງນີ້ ແມ່ນໄດ້ຫວນຄືນປະຫວັດຄວາມເປັນມາຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງຊາດ ພ້ອມນັ້ນ ກໍໄດ້ຂຶ້ນອ່ານສານອວຍພອນວັນຄູແຫ່ງຊາດ ພ້ອມທັງໄດ້ມີການມອບຊໍ່ດອກໄມ້ ແລະ ຂອງຂວັນໃຫ້ແກ່ຄູ-ອາຈານ ເພື່ອເປັນການລະນຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີຂອງຄູທີ່ມີຕໍ່ປະເທດຊາດ ທີ່ໄດ້ຍົກສູງຄຸນນະພາບຕົວຈິງດ້ານການຮ່ຳຮຽນຂອງລູກຫຼານ ກໍຄືນ້ອງນັກຮຽນ-ນັກສຶກສາ ໄດ້ຮັບການພັດທະນາດີຂຶ້ນ ເຮັດໃຫ້ຄຸນນະພາບການສຶກສາຂອງຊາດທຽບເທົ່າກັບພາກພື້ນ.
ຂ່າວແຈ້ງຕື່ມອີກວ່າ: ໃນວັນດຽວກັນນີ້ ທີ່ສະໂມສອນເມືອງໄຊເຊດຖາ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາເຊັ່ນກັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳພວງ ຈູມມະລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານຮອງເຈົ້າເມືອງໄຊເຊດຖາ ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນດຽວກັນນີ້ ທີ່ໂຮງຮຽນ ມ.ປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ກໍໄດ້ຈັດສະເຫຼີມສະຫຼອງວັນຄູແຫ່ງຊາດເຊັ່ນດຽວກັນ ໂດຍມີທ່ານຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ບັນດາແຂກທີ່ຖືກເຊີນ ພະນັກງານ ຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.