ຄວາມສ່ຽງນໍ້າຖ້ວມວຽງຈັນ

Standard

ມື້­ກ່ອນ​ຂຽນ​ບົດ​ເລື່ອງ​ນ້ຳ​ຖ້ວມ ຢູ່​ເມືອງ​ບາງ­ກອກ ປະ­ເທດ​ໄທ ວ່າ​ສາ­ເຫດ​ຫຼັກ​ມາ​ຈາກ​ການ​ເປັ່ງ​ນ້ຳ​ລົງ​ສູ່​ທະ­ເລ​ບໍ່​ໄດ້ ແລະ ນ້ຳ​ອັ່ງ ເພາະ​ມີ​ການ​ກໍ່­ສ້າງ​ຖົມ​ຄອງ​ນ້ຳ​ທຳ​ມະ​ຊາດ ເຊິ່ງ​ຂໍ້​ມູນ​ນີ້​ເຂົາ​ວ່າ​ກັນ​ເອງ! … ເລີຍ​ຕັ້ງ​ບັນ­ຫາ​ເລື່ອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ອາດ​ສ່ຽງ​ເພາະ​ດຽວ­ນີ້ ມີ​ການ​ກໍ່­ສ້າງ​ຖົມ​ຄອງ​ນ້ຳ ຫຼື ໜອງ​ກັນ​ແລ້ວ !…

ໄດ້​ອ່ານ​ບົດ ການ​ພັດ­ທະ­ນາ​ຜັງ­ເມືອງ ມີ​ສ່ວນ​ຊ່ວຍ​ປ້ອງ​ກັນ​ໄພ­ພິ­ບັດ​ຢ່າງ­ໃດ ? ເຊິ່ງ​ເປັນ​ບົດ​ສຳ­ພາດ​ທ່ານ ສຈ.ດຣ. ບຸນ​ເຫຼື່ອມ ສີ​ສຸ​ລາດ ຢູ່​ວາ­ລະ­ສານ​ສະ​ຖາ​ປາ​ນິກ ແລະ ວິ­ສະ­ວະ­ກອນ​ກໍ່­ສ້າງ​ລາວ ສະ­ບັບ​ທີ 030 ເພິ່ນ​ໃຫ້​ທັດ­ສະ­ນະ​ວ່າ: ຄວາມ​ສ່ຽງ​ຂອງ​ນ້ຳ​ຖ້ວມ​ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ມາ​ຈາກ​ສອງ​ສາ­ເຫດ ຄື: ສາ­ເຫດ​ທີ​ໜຶ່ງ ແມ່ນ​ເກີດ​ຈາກ​ນ້ຳ​ລົ້ນ​ຄັນ​ຄູ (ຊຶ່ງ​ໄດ້​ຮັບ​ການ​ກໍ່­ສ້າງ​ຂຶ້ນ​ໃໝ່) ແລະ ອາດ​ຈະ​ເກີດ​ຂຶ້ນ​ໄດ້​ທຸກໆ 30 ປີ ຕາມ​ສະ­ຖິ­ຕິ.

ສາ­ເຫດ​ທີ​ສອງ ແມ່ນ​ເກີດ​ຂຶ້ນ​ຈາກ​ນ້ຳ​ຂັງ​ພາຍ​ໃນ​ຕົວ​ເມືອງ ຫຼື​ວ່າ​ນ້ຳ​ໄຫຼ​ອອກ​ບໍ່​ທັນ​ຍ້ອນ​ຮ່ອງ​ລະ­ບາຍ​ນ້ຳ​ອູດ​ຕັນ ຂາດ​ປະ­ຕູ​ນ້ຳ ແລະ ເຄື່ອງ​ຈັກ​ດູດ​ນ້ຳ​ບໍ່​ພຽງ­ພໍ ແລະ ເໝາະ​ສົມ.

ເວົ້າ​ເລື່ອງ​ນ້ຳ​ຖ້ວມ​ວຽງ​ຈັນ​ໃນ​ໄລ­ຍະ 50 ປີ­ຜ່ານ­ມາ​ນີ້ ມີ 3 ຄັ້ງ ຄື: ປີ 1966 1971 ແລະ 2008 ແຕ່​ໃນ​ຄັ້ງ​ປີ 1966 ແມ່ນ​ໜັກ­ໜ່ວງ​ຖ້ວມ​ຕະ­ຫຼາດ​ເຊົ້າ ແລະ ສະ­ໜາມ​ບິນ​ວັດ​ໄຕ.

ຜ່ານ​ການ​ພົບ​ປະ​ໂອ້​ລົມ​ຫຼາຍ​ຄົນ ແນວ​ລາວ ກໍ​ຄິດ​ຄື​ກັນ ເລື່ອງ​ອັນ­ຕະ­ລາຍ​ຈາກ​ນ້ຳ­ຂອງ​ບໍ່​ຫ່ວງ​ປານ­ໃດ ເພາະ​ມີ​ການ​ກໍ່­ສ້າງ​ຄູ​ກັນ​ນ້ຳ­ຂອງ​ແຂງ­ແຮງ​ແໜ້ນ­ໜາ ແລະ ສູງ​ພໍ​ສົມ­ຄວນ ແຕ່​ພັດ​ເປັນ​ຫ່ວງ​ນ້ຳ​ຂັງ ຫຼື ນ້ຳ​ອັ່ງ​ຈາກ​ທາງ​ໃນ ຊຶ່ງ​ອາດ​ບໍ່​ຮ້າຍ​ແຮງ​ເໝືອນ​ປີ 1966 ແຕ່​ຈະ​ສ້າງ​ຄວາມ​ລຳ​ຄານ ແລະ ມັນ​ຈະ​ແກ່­ຍາວ​ຍ້ອນ​ນ້ຳ​ໄຫຼ​ອອກ​ບໍ່​ໄວ… ສະ­ນັ້ນ ຫຼາຍ​ຄົນ​ຈຶ່ງ​ຕັ້ງ​ບັນ­ຫາ​ວ່າ ຄວນ​ຈັດ​ກອງ​ປະ­ຊຸມ​ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ຈາກ​ຫຼາຍໆ​ພາກ­ສ່ວນ ແລະ ເມື່ອ​ເປັນ​ເອ­ກະ​ພາບ​ກັນ​ແລ້ວ ຈຶ່ງ​ຊອກ​ວິ­ທີ​ແກ້​ໄຂ​ບັນ­ຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ­ນາ­ຄົດ ຕ້ອງ​ໄດ້​ຕັດ­ສິນ​ໃຈ​ລົງ­ທຶນ​ກໍ່­ສ້າງ​ກິດ­ຈະ­ການ​ໃດ​ໜຶ່ງ​ຢ່າງ​ຈິງ​ຈັງ ເພື່ອ​ປ່ອຍ​ນ້ຳ​ອອກ​ສູ່​ນ້ຳ­ຂອງ​ໃຫ້​ໄດ້​ໄວ​ທັນ​ການ.

ສຳ­ລັບ​ຄວາມ​ຄິດ​ເຫັນ​ເບື້ອງ​ຕົ້ນ​ຂອງ​ທ່ານ ສຈ.ດຣ ບຸນ​ເຫຼື່ອມ ສີ​ສຸ​ລາດ ຂຽນ​ໄວ້ ມີ​ດັ່ງ­ນີ້:

1. ຄວນ​ເອົາ­ໃຈ­ໃສ່​ຈຸດ​ປາຍ­ທາງ​ເສຍ​ກ່ອນ ໝາຍ​ຄວາມ​ວ່າ ລະ­ບົບ​ລະ­ບາຍ​ນ້ຳ​ອອກ​ຈາກ​ບຶງ​ທາດ­ຫຼວງ ລົງ​ໃສ່​ນ້ຳ­ໝາກ​ຮຽວ (ຫຼື ນ້ຳ​ງື່ມ) ດ້ວຍ​ເຮັດ​ເປັນ​ຮ່ອງ​ລະ­ບາຍ​ນ້ຳ​ຖາ­ວອນ ຂະ­ໜາດ​ໃຫຍ່ ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ.

2. ການ​ສະ­ຫງວນ​ເຂດ​ບຶງ​ທາດ­ຫຼວງ ເພື່ອ​ບໍ່​ໃຫ້​ມີ​ການ​ຖົມ ແລະ ເຮັດ​ໃຫ້​ບໍ​ລິ​ມາດ​ບັນ­ລຸ​ນ້ຳ​ໜ້ອຍ​ລົງ ພ້ອມ​ກັນ​ນັ້ນ​ກໍ​ຄວນ​ມີ​ແຜນ­ການ​ລວງ​ພື້ນ​ບຶງ ແລະ ຂຸດ​ເອົາ​ຂີ້­ຕົມ​ອອກ ຕ້ອງ​ມີ​ວິ­ທີ​ສະ­ກັດ​ກັ້ນ​ການ​ລຸ­ກລາມ ໂດຍ​ການ​ກໍ່­ສ້າງ​ເສັ້ນ­ທາງ​ເລາະ​ບຶງ​ທາດ­ຫຼວງ​ທັງ​ສອງ​ດ້ານ ເພື່ອ​ກຳ­ນົດ​ເຂດ​ຂອງ​ບຶງ​ໃຫ້​ຈະ­ແຈ້ງ.

3. ການ​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ຊົນ­ລະ­ປະ­ທານ ເພື່ອ​ເປັນ​ເອ­ກະ​ພາບ​ໃນ​ດ້ານ​ການ​ໃຊ້​ນ້ຳ​ຈາກ​ຮ່ອງ​ລະ­ບາຍ​ນ້ຳ (ເພື່ອ​ບໍ່​ໃຫ້​ມີ​ປະ­ຕູ​ນ້ຳ​ຕັນ​ຮ່ອງ​ລະ­ບາຍ​ນ້ຳ).

4. ຕາມ​ຮ່ອງ​ລະ­ບາຍ​ນ້ຳ​ທີ່​ໄດ້​ສ້າງ​ໄປ​ແລ້ວ ຄວນ​ມີ​ການ​ລວງ​ຢູ່​ເລື້ອຍໆ ແລະ ຖ້າ​ຈຳ­ເປັນ​ຄວນ​ມີ​ການ​ຕິດ​ຕັ້ງ​ປ້ຳ​ດູດ​ນ້ຳ ເປັນ​ບ່ອນໆ​ທີ່​ໃຫ້​ຮ່ອງ­ນ້ຳ​ຢູ່​ຕົ້ນ​ທາງ­ບົກ​ແຫ້ງ​ລົງ (ໃນ​ເວ­ລາ​ຍາມ​ຝົນ).

5. ຂັ້ນ​ຕອນ​ສຸດ​ທ້າຍ​ແມ່ນ ການ​ສຳ​ຫຼວດ​ຄືນ​ວ່າ ຮ່ອງ​ລະ­ບາຍ​ນ້ຳ​ທີ່​ຖືກ​ຖົມ​ໄປ​ແລ້ວ​ນັ້ນ ຍັງ​ໄດ້​ໃຊ້​ການ​ໄດ້​ຫຼື​ບໍ່ ຄວນ​ຂຸດ​ຮ່ອງ​ໃຫ້​ຄື້ນ​ຢູ່​ສະ­ພາບ​ເດີມ​ຫຼື​ບໍ່ ແລະ ອື່ນໆ … ຖ້າ​ຫາກ​ຮ່ອງ​ທອງ​ອຸດ​ຕັນ​ເຂດ​ວັດ​ຈັນ ອິນ​ແປງ ອົງ​ຕື້ ມີ​ໄຊ ຫາຍ​ໂສກ ເຊິ່ງ​ເປັນ​ເຂດ​ເມືອງ­ເກົ່າ ແລະ ຕ່ຳ ອາດ​ຈະ​ມີ​ນ້ຳ​ຖ້ວມ​ນ້ຳ​ຂັງ​ໃນ​ອະ­ນາ­ຄົດ.

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Google+ photo

You are commenting using your Google+ account. Log Out / Change )

Connecting to %s