Category Archives: ADB ສະໜັບສະໜູນແຜນພັດທະນາ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ

ADB ສະໜັບສະໜູນແຜນພັດທະນາ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ

Standard

ແຜນ​ຍຸດ​ທະ​ສາດ​ຮ່ວມ​ພັດ­ທະ­ນາ​ປະ­ເທດ​ຂອງ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ (ADB) ສຳ­ລັບ ສປປ ລາວ ໄລ­ຍະ 2012-2016 ແມ່ນ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຊ່ວຍ​ລັດ­ຖະ­ບານ​ໃນ​ການ​ສ້າງ​ເສດ­ຖະ­ກິດ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ ຮອບ­ດ້ານ ແລະ ໝັ້ນ­ຄົງ ເພື່ອ​ກ້າວ​ໄປ​ສູ່​ການ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ.

ການ​ຈະ­ເລີນ​ເຕີບ​ໂຕ​ຢ່າງ­ຮອບ­ດ້ານ​ຈະ​ຕ້ອງ​ສຸມ​ໃສ່​ຂົງ­ເຂດ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ບ່ອນ​ທີ່​ປະ­ຊາ­ຊົນ​ທຸກ​ຍາກ​ສ່ວນ​ໃຫຍ່​ອາ­ໄສ​ຢູ່ ໂດຍ​ຜ່ານ​ການ​ປັບ­ປຸງ​ໂຄງ​ລ່າງ​ພື້ນ­ຖານ​ດ້ານ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ ແລະ ພະ­ນັກ­ງານ ການ​ເສີມ​ຂະ­ຫຍາຍ​ຕ໋ອງ​ໂສ້​ທີ່​ສ້າງ​ມູນ​ຄ່າ ການ​ປັບ­ປຸງ​ເສັ້ນ­ທາງ​ອອກ​ສູ່​ຕະ­ຫຼາດ ແລະ ການ​ບໍ­ລິ­ການ​ສັງ­ຄົມ​ຕ່າງໆ ພ້ອມ​ທັງ​ເດີນ​ໜ້າ­ການ​ເຊື່ອມ​ຈອດ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊົນ­ນະ­ບົດ.

ສປປ ລາວ ສືບ­ຕໍ່​ຂະ­ຫຍາຍ­ຕົວ​ຢ່າງ​ໄວ­ວາ ໂດຍ​ໄດ້​ຮັບ​ແຮງ​ຍູ້​ຈາກ​ຂະ­ແໜງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ (ພະ­ລັງ­ງານ​ໄຟ­ຟ້າ​ນ້ຳ­ຕົກ ແລະ ການ​ຂຸດ​ຄົ້ນ​ບໍ່​ແຮ່) ເຊິ່ງ​ເປັນ​ປັດ​ໄຈ​ຊຸກ­ຍູ້​ຫຼັກ​ຕໍ່​ກັບ​ການ​ຂະ­ຫຍາຍ­ຕົວ​ດັ່ງ­ກ່າວ.

“ແຜນ​ຍຸດ​ທະ​ສາດ​ຮ່ວມ​ພັດ­ທະ­ນາ​ຂອງ ADB ສຳ­ລັບ ສປປ ລາວ ໄລ­ຍະ 2012-2016 ແມ່ນ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຊຸກ­ຍູ້​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ຄັ້ງ​ທີ 7 ຂອງ​ລັດ­ຖະ­ບານ ແລະ ທັງ​ດຳ­ເນີນ​ໄປ​ຕາມ​ທິດ​ທາງ​ແຜນ​ຍຸດ​ທະ​ສາດ 2020 ຂອງ ADB ເຊິ່ງ​ມີ​ຈຸດ​ມຸ່ງ​ໝາຍ​ເຮັດ​ໃຫ້​ອາ­ຊີ ແລະ ປາ​ຊີ​ຟິກ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ” ທ່ານ ຈັອງ ຈີ​ນາຍ ຜູ້­ຕາງ­ໜ້າ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ ປະ­ຈຳ ສປປ ລາວ ກ່າວ​ວ່າ: “ແຜນ​ຍຸດ​ທະ​ສາດ​ຮ່ວມ​ພັດ­ທະ­ນາ​ຂອງ ADB ສຳ­ລັບ ສປປ ລາວ ເຊິ່ງ​ໄດ້​ຮັບ​ການ​ຮ່ວມ​ມື​ໃນ​ການ​ກະ­ກຽມ ແລະ ການ​ປຶກ­ສາ​ຫາ­ລື​ຢ່າງ​ໃກ້­ຊິດ​ກັບ​ລັດ­ຖະ­ບານ ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ ລວມ​ທັງ​ພາກ​ເອ­ກະ​ຊົນ ແລະ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ ເຊິ່ງ​ໃນ​ນັ້ນ ລວມ​ມີ​ອົງ­ການ​ທີ່​ບໍ່​ສັງ­ກັດ​ລັດ­ຖະ­ບານ ຈະ​ຊຸກ­ຍູ້ ສປປ ລາວ ໃຫ້​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ ແລະ ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020”.

ແຜນ​ຍຸດ​ທະ​ສາດ​ຮ່ວມ​ພັດ­ທະ­ນາ​ປະ­ເທດ ມີ​ຈຸດ­ປະ­ສົງ​ແນ­ໃສ່​ເພື່ອ​ເພີ່ມ​ປະ​ສິດ­ທິ​ຜົນ ແລະ ຄວາມ​ຍືນ​ຍົງ ໂດຍ​ຜ່ານ​ການ​ດຳ­ເນີນ​ງານ​ໂຄງ­ການ​ທີ່​ເພີ່ມ​ຂຶ້ນ​ຕະ­ຫຼອດ​ໄລ­ຍະ​ຂອງ​ແຜນ​ງານ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໂດຍ​ຜ່ານ​ແຜນ​ງານ​ການ​ຮ່ວມ​ມື​ອະ­ນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ ແລະ ເພີ່ມ​ຄວາມ​ເອົາ­ໃຈ­ໃສ່​ຕໍ່​ກັບ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃໝ່ ໃນ​ຂະ­ນະ​ທີ່​ເສດ­ຖະ­ກິດ​ພວມ​ປ່ຽນ­ແປງ​ຢ່າງ​ໄວ­ວາ ແຜນ​ຍຸດ​ທະ​ສາດ​ຮ່ວມ​ພັດ­ທະ­ນາ​ປະ­ເທດ ໄດ້​ຖື​ເອົາ 4 ຂົງ­ເຂດ​ໜ້າ​ວຽກ​ເປັນ­ໃຈ​ກາງ​ອັນ​ສຳ­ຄັນ ເຊິ່ງ​ມີ​ຜົນ​ຕໍ່​ການ​ອອກ​ແບບ ແລະ ມຸ່ງ​ເນັ້ນ​ໃສ່​ບັນ­ດາ​ກິດ­ຈະ­ກຳ​ຕ່າງໆ ລວມ​ທັງ​ການ​ພັດ­ທະ­ນາ​ຂະ­ແໜງ­ການ​ເອ­ກະ​ຊົນ ການ​ບໍ­ລິ­ຫານ​ການ​ປົກ­ຄອງ ຄວາມ​ສະ­ເໝີ­ພາບ​ຍິງ-ຊາຍ ພ້ອມ​ທັງ​ການ​ຮ່ວມ​ມື ແລະ ການ​ເຊື່ອມ​ເຂົ້າ­ກັນ​ໃນ​ພາກ​ພື້ນ.

ແຜນ​ຍຸດ​ທະ​ສາດ​ຮ່ວມ​ພັດ­ທະ­ນາ​ໄດ້​ສຸມ​ໃສ່ 4 ຂະ­ແໜງ­ການ​ຫຼັກ ເຊັ່ນ: ສຶກ​ສາ ກະ­ສິ­ກຳ ແລະ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ນ້ຳ​ສະ­ອາດ ພ້ອມ​ດ້ວຍ​ໂຄງ​ລ່າງ​ພື້ນ­ຖານ​ຂອງ​ຕົວ​ເມືອງ ແລະ ການ​ບໍ­ລິ­ການ​ອື່ນໆ ແລະ ພະ­ລັງ­ງານ ການ​ເສີມ​ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ານ​ຂະ­ແໜງ­ການ​ບໍ­ລິ­ຫານ​ຄຸ້ມ​ຄອງ​ລັດ ແມ່ນ​ຖື​ເປັນ​ບັນ­ຫາ​ຂອງ​ຂະ­ແໜງ­ການ​ລວມ ເຊິ່ງ​ຂະ­ແໜງ­ການ​ດັ່ງ­ກ່າວ​ແມ່ນ​ເປັນ​ບັນ­ຫາ​ຫຼັກ ໃຫ້​ແກ່​ການ​ພັດ­ທະ­ນາ​ທີ່​ມີ​ປະ­ສິດ­ທິ­ພາບ ແລະ ປະ​ສິດ­ທິ​ຜົນ​ໃນ ສປປ ລາວ.