Category Archives: Uncategorized

ທ່ານຮອງນາຍົກ ເນັ້ນບາງບັນຫາທີ່ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕ້ອງເອົາໃຈໃສ່

Standard

 

ຕອນ​ບ່າຍ​ວັນ​ທີ 3 ຕຸ­ລາ 2012 ນີ້ ທ່ານ ອາ​ຊາງ ລາວ​ລີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ທານ​ຄະ­ນະ​ກຳ­ມະ­ການ​ສິ່ງ­ແວ­ດລ້ອມ​ແຫ່ງ​ຊາດ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ​ປະ­ຈຳ​ປີ 2012 ຂອງ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ທີ່​ຈັດ​ຂຶ້ນ​ວັນ​ທີ 2-4ຕຸ­ລາ 2012ຢູ່​ໂຮງ­ແຮມ​ໂກ​ສ​ໂມ ໂດຍ​ມີ​ທ່ານ ນູ​ລິນ ສິນ​ບັນ­ດິດ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ອາ​ຊາງ ລາວ​ລີ ກໍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ຜົນ­ສຳ­ເລັດ​ທີ່​ຂະ­ແໜງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຍາດ​ມາ​ໄດ້​ໃນ 1 ປີ­ຜ່ານ­ມາ ເຊິ່ງ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ ຂອງ​ຊາດ​ເປັນ​ຢ່າງ​ດີ ພ້ອມ​ດຽວ​ກັນ ທ່ານ​ຍັງ​ໄດ້​ເນັ້ນ​ບາງ​ບັນ­ຫາ​ສຳ­ຄັນ​ທີ່​ຂະ­ແໜງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຕ້ອງ​ໄດ້​ປັບ­ປຸງ​ແກ້​ໄຂ​ຢ່າງ​ຕັ້ງ­ໜ້າ ເປັນ­ຕົ້ນ ຕ້ອງ​ສືບ­ຕໍ່​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ​ໃຫ້​ສຳ­ເລັດ ພ້ອມ​ທັງ​ຊັບ­ຊ້ອນ​ບຸກ​ຄະ­ລາ​ກອນ​ໃສ່​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕຳ­ແໜ່ງ​ງານ ໂດຍ​ສະ­ເພາະ​ຄວາມ​ຕ້ອງ­ການ​ໃຫ້​ແກ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ 3 ສ້າງ ເອົາ­ໃຈ­ໃສ່​ປັບ­ປຸງ​ແບບ­ແຜນ​ວິ­ທີ​ການ​ນຳ­ພາ ໂດຍ​ຖື​ສຳ­ຄັນ​ຫຼັກ­ການ​ລວມ​ສູນ​ປະ­ຊາ­ທິ­ປະ­ໄຕ ນຳ­ພາ​ເປັນ​ໝູ່​ຄະ­ນະ​ມອບ​ໃຫ້​ບຸກ­ຄົນ​ຮັບ­ຜິດ­ຊອບ ຄະ­ນະ​ນຳ​ແຕ່​ລະ​ຂັ້ນ​ຕ້ອງ​ເປັນ​ແບບ­ຢ່າງ​ໃນ​ການ­ເຄື່ອນ­ໄຫວ​ວິ­ຊາ​ສະ­ເພາະ ດຳ­ລົງ​ຊີ­ວິດ ແລະ ເປັນ­ໃຈ​ກາງ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ ເອົາ­ໃຈ­ໃສ່​ບຳ­ລຸງ-ກໍ່­ສ້າງ​ພະ­ນັກ­ງານ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ​ຕິດ​ ພັນ​ກັບ​ການ​ເອົາ­ໃຈ­ໃສ່​ວຽກ​ງານ​ການ­ເມືອງ-ແນວ​ຄິດ​ຂອງ​ພະ­ນັກ­ງານ.

ຍົກ​ລະ­ດັບ​ການ​ປົກ​ຫຸ້ມ​ຂອງ​ປ່າ­ໄມ້​ໃຫ້​ໄດ້ 65% ແລະ ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ ໃຫ້​ໄດ້ 3,9 ລ້ານ​ເຮັກ­ຕາ ໃນ​ປີ 2015 ເອົາ­ໃຈ­ໃສ່​ປັບ­ປຸງ​ກົດ­ໝາຍ​ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ທຸກ​ໂຄງ­ການ​ລົງ­ທຶນ ປະ­ຕິ­ບັດ​ດຳ­ລັດ​ວ່າ​ດ້ວຍ​ການ​ປະ​ເມີນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ຢ່າງ​ ເຂັ້ມ​ງວດ.

ນອກ​ນີ້ ກໍ​ຕ້ອງ​ເອົາ­ໃຈ­ໃສ່​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ຄຸ້ມ​ຄອງ​ໄພ­ພິ­ບັດ ແລະ ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ໂດຍ​ການ​ສ້າງ​ເງື່ອນ­ໄຂ​ເພື່ອ​ດຳ­ເນີນ​ມາດ​ຕະ­ການ​ປ້ອງ​ກັນ ແລະ ກຽມ­ພ້ອມ​ຮັບ​ມື​ຢ່າງ​ທັນ​ການ ເອົາ­ໃຈ­ໃສ່​ພົວ­ພັນ​ຮ່ວມ​ມື​ກັບ​ປະ­ເທດ​ເພື່ອນ​ມິດ​ໃນ​ພາກ​ພື້ນ ແລະ ສາ­ກົນ ເພື່ອ​ຖອດ​ຖອນ​ບົດ­ຮຽນ​ການ​ຮ່ວມ​ມື ທຶນ­ຮອນ ກໍ​ຄື​ອຸ­ປະ­ກອນ ທີ່​ຈຳ­ເປັນ​ຮັບ​ໃຊ້​ແກ່​ການ­ເຄື່ອນ­ໄຫວ​ວຽກ​ງານ​ໃຫ້​ຫຼາຍ​ຂຶ້ນ

ເປີດນຳໃຊ້ອາຄານເຝິກແອບນັກບິນພົນລະເຮືອນ

Standard

ເປີດ​ນຳ​ໃຊ້​ອາ­ຄານ​ຝຶກ­ແອບ​ນັກ​ບິນ​ພົນ​ລະ​ເຮືອນ ລະ­ຫວ່າງ​ສູນ​ການ­ບິນ​ພົນ​ລະ​ເຮືອນ ແລະ ອົງ­ການ​ແພກ​ແທ໋ກ (PACTEC) ສຳ­ລັບ​ວຽກ​ງານ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ເປັນ​ວຽກ​ໜຶ່ງ​ທີ່​ມີ​ບົດ­ບາດ​ສຳ­ຄັນ​ຕໍ່​ວຽກ​ງານ​ຍຸດ​ທະ​ສາດ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ​ຂອງ​ລັດ­ຖະ­ບານ ກົມ​ການ­ບິນ​ພົນ​ລະ​ເຮືອນ ສປປ ລາວ ໄດ້​ມີ​ສ່ວນ​ຮ່ວມ ແລະ ປະ­ສານ​ສົມ­ທົບ​ເຂົ້າ​ໃນ​ວຽກ​ງານ​ຍຸດ​ທະ​ສາດ ແລະ ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ເຂົ້າ​ໃນ​ແຜນ​ພັດ­ທະ­ນາ​ຂອງ​ຂະ­ແໜງ­ການ​ບິນ​ແຕ່​ນີ້​ຮອດ​ປີ 2015 ແລະ ປີ 2020 ອີງ​ຕາມ​ແຜນ​ດັ່ງ­ກ່າວ ກົມ​ການ­ບິນ​ພົນ​ລະ​ເຮືອນ ສປປ ລາວ ແມ່ນ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ພັດ­ທະ­ນາ​ສູນ​ຝຶກ​ການ­ບິນ​ພົນ​ລະ​ເຮືອນ ໃຫ້​ເປັນ​ສະ​ຖາ​ບັນ​ການ­ບິນ​ພົນ​ລະ​ເຮືອນ​ແຫ່ງ ສປປ ລາວ ນັບ​ແຕ່​ປີ 2004 ເປັນ­ຕົ້ນ​ມາ ອົງ­ການ​ແພກ​ແທ໋ກ (PACTEC) ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ອາ­ຈານ​ສອນ​ພາ­ສາ​ອັງ­ກິດ ແກ່​ສູນ​ຝຶກ​ການ­ບິນ​ພົນ​ລະ​ເຮືອນ​ລາວ ແລະ ຫຼາຍ​ກວ່າ 4 ພັນ​ຊົ່ວ­ໂມງ ສຳ­ລັບ​ການ​ສອນ​ພາ­ສາ​ອັງ­ກິດ​ທົ່ວ​ໄປ ແລະ ພາ­ສາ​ອັງ­ກິດ​ໃຫ້​ແກ່​ນັກ​ບິນ​ລາວ ນັກ​ບັນ­ຊາ​ຈາ­ລະ​ຈອນ​ທາງ​ອາ­ກາດ ທັງ​ນີ້​ເພື່ອ​ໃຫ້​ບັນ­ດາ​ນັກ​ບິນ​ລາວ ແລະ ນັກ​ບັນ­ຊາ​ຈາ­ລະ​ຈອນ​ທາງ​ອາ­ກາດ ເສັງ​ຜ່ານ​ພາ­ສາ​ອັງ­ກິດ​ລະ­ດັບ 4 ໃຫ້​ໄດ້​ຕາມ​ມາດ­ຕະ­ຖານ​ການ­ບິນ​ສາ­ກົນ (ICAO) ໂຄງ­ການ​ລິ​ເລີ່ມ​ຂອງ​ອົງ­ການ​ແພກ​ແທ໋ກ (PACTEC) ໂຄງ­ການ​ດັ່ງ­ກ່າວ​ນີ້ ໄດ້​ເລີ່ມ​ໃນ​ວັນ​ທີ 9 ກັນ­ຍາ 2011 ແລະ ຈະ​ສຳ­ເລັດ​ໃນ​ເດືອນ​ສິງ­ຫາ 2015 ມູນ​ຄ່າ​ທັງ​ໝົດ​ຂອງ​ໂຄງ­ການ​ປະ­ມານ 2 ລ້ານ​ໂດ​ລາ​ສະ­ຫະ­ລັດ ໂດຍ​ການ​ໃຫ້​ທຶນ​ຊ່ວຍ­ເຫຼືອ​ຈາກ​ອົງ­ການ​ແພກ​ແທ໋ກ (PACTEC).

ພິ­ທີ​ເປີດ​ນຳ​ໃຊ້​ອາ­ຄານ​ຝຶກ­ແອບ​ນັກ​ບິນ​ພົນ​ລະ​ເຮືອນ ລະ­ຫວ່າງ​ສູນ​ການ­ບິນ​ພົນ​ລະ​ເຮືອນ ແລະ ອົງ­ການ​ແພກ​ແທ໋ກ (PACTEC) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກັນ­ຍາ 2012 ທີ່​ຜ່ານ​ມາ ຢູ່​ສູນ​ຝຶກ​ການ­ບິນ​ພົນ​ລະ​ເຮືອນ ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ພາຍ​ໃນ​ງານ​ມີ​ທ່ານ ສົມ­ບູນ ດາວ​ສະ­ຫວັນ ຮອງ​ຫົວ­ໜ້າ​ກົມ​ການ­ບິນ​ພົນ​ລະ​ເຮືອນ​ແຫ່ງ ສປປ ລາວ ທ່ານ Gerald BOURGEOIS ຮອງ​ປະ­ທານ​ຜູ້­ອຳ­ນວຍ­ການ​ອົງ­ການ​ແພກ​ແທ໋ກ (PACTEC) ແລະ ບັນ­ດາ​ແຂກ​ທີ່​ຖືກ​ເຊີນ.

ຣັດເຊຍຈະຢຸດນຳເຂົ້າສາລີຈາກ ສ.ອາເມລິກາ

Standard

(ຂປລ): ຕາມ​ຂ່າວ​ຕ່າງ­ປະ­ເທດ, ຣັດ​ເຊຍ​ໄດ້​ປະ­ກາດ​ຢຸດ​ການ​ນຳ​ເຂົ້າ ແລະ ການ​ບໍ­ລິ­ໂພກ​ສາ­ລີ ຫລື​ສາ­ລີ​ປຸງ​ຕັດ​ຕໍ່​ພັນ­ທຸ​ກຳ ຈາກ​ສະ­ຫະ­ລັດ​ອາ­ເມ­ລິ­ກາ​ແລ້ວ ຫລັງ​ຈາກ​ມີ​ຜົນ​ການ​ສຶກ​ສາ ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ໃນ​ຝຣັ່ງ ພົບ​ວ່າ ສາ­ລີ​ປະ­ເພດ​ດັ່ງ­ກ່າວ ກໍ່­ໃຫ້­ເກີດ​ການ​ເປັນ​ມະ​ເຮັງ​ເຕົ້າ­ນົມ ແລະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ອະ​ໄວ​ຍະ​ວະ​ໃນ​ຮ່າງ­ກາຍ​ຂອງ​ມະ­ນຸດ. ຂະ­ນະ​ດຽວ​ກັນ, ໜ່ວຍ​ງານ​ຄວາມ​ປອດ​ໄພ ດ້ານ​ອາ­ຫານ​ຂອງ​ເອີ​ຣົບ ໄດ້​ສັ່ງ​ໃຫ້​ມີ​ການ​ທວນ­ຄືນ​ຜົນ​ການ​ວິ­ໄຈ​ດັ່ງ­ກ່າວ ຊຶ່ງ​ຄາດ​ວ່າ​ຈະ​ນຳ​ຜົນ​ປະ​ສູ່​ການ​ຢຸດ​ນຳ​ເຂົ້າ­ສາ­ລີ​ຊະ­ນິດ​ດັ່ງ­ກ່າວ ຂອງ​ອາ­ເມ­ລິ­ກາ ໃນ​ປະ­ເທດ​ອື່ນໆ​ອີກ​ດ້ວຍ. ຂ່າວ​ແຈ້ງ­ວ່າ: ສາ­ລີ​ທີ່​ມີ​ການ​ຕັດ​ຕໍ່​ພັນ­ທຸ​ກຳ​ດັ່ງ­ກ່າວ ຊຶ່ງ​ມີ​ຊື່­ວ່າ “NK603“ ຖືກ​ຜະ­ລິດ​ໂດຍ​ບໍ­ລິ­ສັດ ມອນ​ຊານ​ໂຕ ຂອງ​ສະ­ຫະ­ລັດ​ອາ­ເມ­ລິ­ກາ ແລະ​ການ​ຢຸດ​ນຳ​ເຂົ້າ​ດັ່ງ­ກ່າວ ຄາດ​ວ່າ ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ສາຍ​ພົວ­ພັນ ດ້ານ​ການ​ຄ້າ​ແລະ​ການ​ທູດ​ຂອງ​ທັງ​ສອງ​ຝ່າຍ./.

Office 2013 ປັບໜ້າຕາໃຊ້ງານລະບົບສຳຜັດ

Standard

 

ລາຍ​ງານ​ຂ່າວ​ຫຼ້າ​ສຸດ​ຈາກ​ໄມ​ໂຄຣ​ຊອບ (Microsoft) ໂດຍ​ເປີດ­ເຜີຍ​ວິ­ໄສ​ທັດ​ຂອງ​ຊອບ​ແວ (Software) ທີ່​ມີ​ຜູ້​ໃຊ້​ຫຼາຍ​ທີ່​ສຸດ​ໃນ​ໂລກ ແລະ ຖື​ເປັນ​ຜະ­ລິດ​ຕະ​ພັນ​ລ້ຳ​ເລີດ​ຂອງ​ໄມ​ໂຄຣ​ຊອບ ນັ້ນ​ຄື Office 2013 ເຊິງ​ບໍ່​ພຽງ​ແຕ່​ມີ​ການ​ປັບ­ປຸງ​ໜ້າ​ຕາ​ການ​ທຳ​ງານ​ໃຫ້​ໃຊ້​ສະ­ດວກ​ຍິ່ງ​ຂຶ້ນ ແຕ່​ຍັງ​ຮອງ​ຮັບ​ການ​ໃຊ້​ງານ​ຜ່ານ​ລະ­ບົບ​ສຳ­ຜັດ​ອີກ​ດ້ວຍ ໂດຍ​ສະ­ເພາະ​ເມື່ອ​ນຳ​ໃຊ້​ໃນ​ແທັບ​ເລັດ (Tablet) Windows 8 ແຖມ​ຍັງ​ປັບ​ປ່ຽນ​ນິ­ເວດ​ທາງ​ທຸ­ລະ​ກິດ​ຂອງ​ການ​ໃຊ້​ຊອບ​ແວ ດ້ວຍ​ການ​ເກັບ​ຄ່າ​ບໍ­ລິ­ການ​ສະ­ມາ­ຊິກ ແລະ ຄລາວ ຄອມ​ພິວ​ຕິງ (Cloud Computing)…

ທິດ​ທາງ​ຂອງ​ການ​ປັບ­ປຸງ​ໜ້າ​ຕາ Office 2013 ແມ່ນ​ປ່ຽນ​ຈາກ​ການ​ທີ່​ມີ​ເຄື່ອງ­ມື​ຫຼາຍ​ໂພດ ຈົນ​ໃຊ້​ບໍ່​ໝົດ ຫຼື ຫົກ​ຈົນ​ຊອກ​ບໍ່​ເຫັນ ໄປ​ສູ່​ໜ້າ​ຕາ​ໃໝ່​ທີ່​ງ່າຍໆ ແລະ ຕອບ​ສະ­ໜອງ​ການ​ໃຊ້​ງານ​ຢ່າງ​ໄວ­ວາ ນອກ​ນີ້​ຍັງ​ໃຊ້​ງານ​ໄດ້​ທັງ PC ແລະ ຄອມ​ພິວ​ເຕີ​ລະ­ບົບ​ໜ້າ​ຈໍ​ສຳ­ຜັດ ເຊັ່ນ ແທັບ​ເລັດ ໄດ້​ເປັນ​ຢ່າງ​ດີ Office 2013 ຍັງ​ສະ­ໜັບ­ສະ­ໜູນ​ການ​ທຳ​ງານ​ຮ່ວມ​ກັບ​ສະ​ໄຕລ​າສ (stylus) ກັບ​ແອັບ​ພລິ​ເຄ​ເຊິນ (Applications) ຕ່າງໆ ດ້ວຍ​ຟິດ​ເຈີ (Feature) ທີ່​ຮຽກ​ວ່າ “inking” ໃນ​ຂະ­ນະ​ທີ່​ການ​ໃຊ້​ງານ​ໃນ​ພີ​ຊີ ຈະ​ສາ­ມາດ​ສະ­ມັກ​ເປັນ​ສະ­ມາ­ຊິກ​ເພື່ອ​ໃຊ້​ງານ​ຮ່ວມ​ກັບ​ຄລາວ (Cloud) ໂດຍ​ຈ່າຍ​ຄ່າ​ບໍ­ລິ­ການ​ສຳ­ລັບ​ການ​ໃຊ້ SkyDrive ນອກ­ຈາກ​ນີ້ ການ​ໃຊ້​ບໍ­ລິ­ການ​ຕອບ​ໂຕ້​ລະ­ຫວ່າງ​ຜູ້​ໃຊ້ Office 2013 ດ້ວຍ​ກັນ ຈະ​ເປັນ​ລູກ​ຫຼິ້ນ​ໃໝ່​ທີ່​ຖື​ວ່າ​ແມ່ນ​ການ​ປ່ຽນ­ແປງ​ຄັ້ງ​ໃຫຍ່​ຂອງ​ຊອບ​ແວ​ໂຕ​ນີ້​ອີກ​ດ້ວຍ ຢ່າງ­ໃດ​ກໍ່​ຕາມ ສຳ­ລັບ Office ເວີ​ເຊິນ ເວບ​ເບດ (Web-based) ຈະ​ຍັງ​ໃຫ້​ໃຊ້​ລ້າ​ຢູ່ ແຕ່​ຖ້າ​ເປັນ​ເວີ​ເຊິນ​ເດ​ສະ​ທອບ (Desktop) ຈະ​ມີ​ບ່ອນ​ໃຫ້​ສະ­ມັກ​ສະ­ມາ­ຊິກ ເພື່ອ​ໃຊ້​ບໍ­ລິ­ການ​ຢູ່​ນຳ.

ສຳ­ລັບ​ທ່ານ​ໃດ​ທີ່​ສົນ­ໃຈ​ຢາກ​ທົດ​ລອງ​ນຳ​ໃຊ້ Office 2013 Customer Preview ສາ­ມາດ​ດາວ​ໂຫຼດ​ໄດ້​ທີ່ :

http://www.microsoft.com/office/preview/en

ເພື່ອ​ພິ­ຈາ­ລະ­ນາ​ວ່າ ມັນ​ເປັນ­ຕາ​ໃຊ້​ງານ​ຫຼາຍ​ໜ້ອຍ​ສ່ຳ​ໃດ ກ່ອນ​ທີ່​ຜະ­ລິດ​ຕະ​ພັນ​ສົມ­ບູນ​ຈະ​ເປີດ​ໂຕ​ຢ່າງ​ເປັນ​ທາງ​ການ ແລະ ວາງ​ຕະ­ຫຼາດ​ໃນ​ໄລ­ຍະ​ທ້າຍ​ປີ​ນີ້ ຊຶ່ງ​ລະ­ບົບ​ປະ­ຕິ­ບັດ​ການ​ທີ່​ຈະ​ໃຊ້​ຊຸດ​ແອັບ​ພລິ​ເຄ​ເຊິນ Office 2013 ໄດ້​ນັ້ນ ຈະ​ຕ້ອງ​ແມ່ນ Windows7, Windows 8 ຫຼື Windows RT (ສຳ­ລັບ​ແທັບ​ເລັດ) ເທົ່າ​ນັ້ນ.

WhatsApp ແມ່ນ​ຫຍັງ?

Standard

 

 

WhatsApp ແມ່ນ​ຫຍັງ? ເຊື່ອ​ວ່າ​ຫຼາຍ​ຄົນ​ທີ່​ໃຊ້​ມື​ຖື​ແບບ​ສະ­ມາດ​ໂຟນ ກໍ່​ຕ້ອງ​ເຄີຍ​ໄດ້​ຍິນ​ຄຳ​ຖາມ ທີ່​ຖາມ​ວ່າ ໃຊ້ WhatsApp ບໍ? ໄດ້​ລົງ WhatsApp ຫຼື​ຍັງ? ຊຶ່ງ​ອາດ​ເຮັດ​ໃຫ້​ຫຼາຍ​ຄົນ​ເກີດ​ອາ­ການ​ມຶນ​ງົງ ວ່າ WhatsApp ນີ້ ມັນ​ແມ່ນ​ຫຍັງ​ກັນ​ແທ້… ດັ່ງ­ນັ້ນ ເພື່ອ​ບໍ່​ໃຫ້​ຕົກ​ກະ­ແສ ເຮົາ​ມາ​ຮູ້­ຈັກ​ກັບ WhatsApp ກັນ​ດີ​ກວ່າ…

“WhatsApp” ແມ່ນ ແອັບ​ພລິ​ເຄ​ເຊິນ ສຳ­ລັບ​ມື​ຖື ໃຊ້​ເພື່ອ​ສົ່ງ​ຂໍ້­ຄວາມ​ແບບ​ບໍ່​ຈຳ­ກັດ ລວມ​ທັງ​ການ​ສົ່ງ​ຮູບ​ພາບ ສຽງ ແລະ ວີ​ດີ​ໂອ ຂ້າມ​ລະ­ບົບ​ປະ­ຕິ­ບັດ​ການ (Platform) ເຊັ່ນ​ວ່າ iPhone, BlackBerry, Android ແລະ Nokia ຊ່ວຍ​ໃຫ້​ສາ­ມາດ Chat ກັບ​ໝູ່​ເພື່ອນ​ທີ່​ໃຊ້​ມື​ຖື​ຕ່າງ​ລະ­ບົບ​ປະ­ຕິ­ບັດ​ການ ຕົວ­ຢ່າງ: ທ້າວ ກ ໃຊ້​ງານ BlackBerry ແຕ່​ທ້າວ ຂ ໃຊ້​ງານ Android ທັງ​ສອງ​ຄົນ​ສາ­ມາດ Chat ກັນ​ໄດ້​ງ່າຍໆ ໂດຍ​ບໍ່​ຕ້ອງ​ໂທ​ລົມ​ກັນ ພຽງ​ແຕ່​ໃຊ້ WhatsApp ຊຶ່ງ​ຈະ​ຕ້ອງ​ເຊື່ອມ​ຕໍ່​ຜ່ານ​ລະ­ບົບ GPRS/EDGE, WiFi ແລະ 3G.

ສະ­ຫຼຸບ WhatsApp ແມ່ນ​ໂປຣ​ແກຣມ Chat ທີ່​ມິ​ລັກ­ສະ­ນະ​ການ​ທຳ​ງານ​ຄ້າຍ­ຄື​ກັບ MSN ທີ່​ຫຼາຍ​ຄົນ­ຮູ້​ຈັກ​ກັນ​ດີ.

WhatsApp ສາ­ມາດ​ດາວ​ໂຫຼດ ແລະ ໃຊ້​ງານ​ໄດ້ “ຟຣີ” ສຳ­ລັບ BlackBerry, Android ແລະ Nokia ສ່ວນ​ຜູ້​ທີ່​ໃຊ້ iPhone ຖ້າ​ຫາກ​ຕ້ອງ­ການ​ໃຊ້ WhatsApp ນັ້ນ ຈະ​ຕ້ອງ​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ​ເພື່ອ​ຊື້ ແອັບຯ ໃນ​ລາ­ຄາ $ 0,99.

WhatsApp ເຮັດ​ຫຍັງ​ໄດ້​ແດ່?

 -ສາ­ມາດ ແຊັດ ກັນ​ໝູ່​ເພື່ອນ​ໄດ້ ເຖິງ​ວ່າ​ຈະ​ໃຊ້​ງານ​ໂທລະ­ສັບ​ມື​ຖື​ຕ່າງ​ລະ­ບົບ​ກໍ່​ຕາມ ເພາະ WhatsApp ໃຊ້​ເບີ­ໂທລະ­ສັບ​ໃນ​ການ​ເຊື່ອມ​ຕໍ່

 -ສາ­ມາດ​ສົ່ງ​ຂໍ້­ຄວາມ ຮູບ​ພາບ ວີ​ດີ​ໂອ ແລະ ຄລິບ​ສຽງ​ຕ່າງໆ ໄດ້​ຢ່າງ​ວ່ອງ­ໄວ

 -ສາ­ມາດ​ສ້າງ​ກຸ່ມ​ເພື່ອ​ໃຊ້​ງານ ສຳ­ລັບ​ເວົ້າ​ລົມ​ກັນ​ສະ­ເພາະ​ກຸ່ມ​ໄດ້

 -WhatsApp ຮອງ​ຮັບ ແລະ ເຊື່ອມ​ຕໍ່​ການ​ສົ່ງ​ຂໍ້­ຄວາມ​ລະ­ຫວ່າງ iPhone ແລະ ໂທລະ­ສັບ​ມື​ຖື​ຮຸ່ນ​ອື່ນໆ​ໄດ້​ເປັນ​ຢ່າງ​ດີ

 -WhatsApp ໃຊ້​ງານ​ໄດ້​ງ່າຍ ດ້ວຍ​ໜ້າ​ຕາ​ທີ່​ລຽບ​ງ່າຍ

   ສາ­ມາດ​ດາວ​ໂຫຼດ WhatsApp ໄດ້​ທີ່ : www.whatsapp.com

 

Windows 8 ເປີດໂຕ 26 ຕຸລາ ສົກນີ້ !

Standard

 

ໄມ​ໂຄຣ​ຊອບ (Microsoft) ປະ­ກາດ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ (18/07/2012) ທາງ​ບໍ­ລິ­ສັດ​ໄດ້​ກຳ­ນົດ​ວັນ​ເປີດ​ໂຕ​ລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃໝ່ Windows 8 ຢ່າງ​ເປັນ​ທາງ​ການ ໃນ​ວັນ​ສຸກ ທີ 26 ຕຸ­ລາ ປີ​ນີ້ ຢ່າງ­ໃດ​ກໍ່​ຕາມ ທາງ​ໄມ​ໂຄຣ​ຊອບ​ບໍ່​ໄດ້​ກ່າວ​ເຖິງ​ວ່າ ໄລ­ຍະ​ດັ່ງ­ກ່າວ​ຈະ​ມີ​ການ​ວາງ​ຈຳ­ໜ່າຍ Surface ຫຼື​ບໍ່? …

ໄມ​ໂຄຣ​ຊອບ ໄດ້​ທະ​ວິດ (Twitter) ຂໍ້­ຄວາມ​ຜ່ານ​ບັນ­ຊີ​ຜູ້​ໃຊ້ @Windows ວ່າ “ໃຫ້​ເຮັດ​ເຄື່ອງ­ໝາຍ​ໃນ​ລະ­ບົບ​ປະ­ຕິ­ບັດ​ການ​ຂອງ​ທ່ານ​ໄດ້​ເລີຍ ວິນ​ໂດ 8 ຈະ​ເປີດ​ໂຕ​ໃນ​ວັນ​ທີ 26 ຕຸ­ລາ 2012” ນອກ­ຈາກ​ນີ້ ສະ­ຕີ​ເວນ ໄຊ​ນອບ​ສະ​ກີ ປະ­ທານ​ຝ່າຍ​ວິນ​ໂດ​ຂອງ​ບໍ­ລິ­ສັດ ຍັງ​ໄດ້​ປະ­ກາດ​ຂ່າວ​ນີ້ ໃນ​ກອງ​ປະ­ຊຸມ​ຝ່າຍ​ຂາຍ​ປະ­ຈຳ​ປີ ຊຶ່ງ​ເມື່ອ​ຕົ້ນ​ເດືອນ​ຜ່ານ​ມາ ໄມ​ໂຄຣ​ຊອບ ໄດ້​ຢືນ­ຢັນ​ວ່າ Windows 8 ຈະ​ເປີດ​ໂຕ​ໃນ​ເດືອນ​ຕຸ­ລາ ແນ່­ນອນ ແຕ່​ບໍ່​ໄດ້​ລະ­ບຸ​ວັນ​ຊັດ​ເຈນ ໂດຍ​ລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃໝ່ ຈະ​ສາ­ມາດ​ທຳ​ງານ​ຮ່ວມ​ກັບ​ອຸ­ປະ­ກອນ​ອິນ​ພຸດ​ຕ່າງໆ (Input) ໄດ້​ທຸກ​ຊະ­ນິດ ເຊັ່ນ ລະ­ບົບ​ໜ້າ​ຈໍ​ສຳ­ຜັດ ເມົາ​ສ (Mouse) ຄີ​ບອດ (Keyboard) ແລະ ສະ​ໄຕລ​ັສ (Stylus).

ສຳ­ລັບ ແທັບ​ເລັດ (Tablet) Microsoft Surface ທີ່​ກ່ອນ​ໜ້າ​ນີ້​ມີ​ລາຍ​ງານ​ວ່າ ຈະ​ວາງ​ຕະ­ຫຼາດ​ພ້ອມໆ​ກັບ Windows 8 ແລະ ໄດ້​ມີ​ການ​ແນະ­ນຳ​ສິນ­ຄ້າ​ດັ່ງ­ກ່າວ​ໄປ​ແລ້ວ​ເມື່ອ​ເດືອນ​ທີ່​ຜ່ານ​ມາ ແຕ່​ທາງ​ບໍ­ລິ­ສັດ​ກໍ່​ບໍ່​ໄດ້​ມີ​ການ​ກ່າວ​ເຖິງ ຫຼື ໂພ​ສ (Post) ຂໍ້­ຄວາມ​ແຕ່​ຢ່າງ­ໃດ ນອກ­ຈາກ​ນີ້ ທາງ​ບໍ­ລິ­ສັດ​ຍັງ​ກ່າວ​ເຖິງ Windows Phone 8 ອີກ​ດ້ວຍ ໂດຍ​ຄາດ​ວ່າ​ຈະ​ມີ​ກຳ­ນົດ​ເປີດ​ໂຕ​ໃນ​ໄລ­ຍະ​ໃກ້ໆ​ກັບ​ວັນ​ທີ່ Windows 8 ເປີດ​ໂຕ ຊຶ່ງ​ກໍ່​ຕ້ອງ​ລໍ­ຖ້າ​ຕິດ­ຕາມ​ເບິ່ງ​ຄວາມ​ຊັດ​ເຈນ​ອີກ​ຕໍ່​ໄປ.

ຮຽບ​ຮຽງ​ໂດຍ: ນ.ລາ­ຊາ

 

ບັນຫາລົດຕິດຢູ່ບໍລິເວນຕະຫຼາດໂພນສະຫວ່າງ

Standard

 

ເພື່ອນ​ຜູ້​ອ່ານ​ນາມ​ວ່າ: ທ້າວ ກໍ​ລະ​ກັນ ຫຼວງ​ລາດ ຂຽນ ຈ.ມ ລົງ​ວັນ​ທີ 6 ກັນ­ຍາ 2012 ສ່ອງ​ແສງ​ເລື່ອງ​ລົດ​ຕິດ​ຢູ່​ບໍ­ລິ­ເວນ​ຕະ­ຫຼາດ​ໂພນ​ສະ­ຫວ່າງ ນະ­ຄອນ­ຫຼວງ​ເຮົາ​ນີ້​ເອງ !.

ເວົ້າ​ເລື່ອງ​ລົດ​ຕິດ​ນີ້ ພວມ​ເປັນ​ເລື່ອງ​ຟົດ​ເດືອດ​ຢູ່​ນະ­ຄອນ­ຫຼວງ ເຊິ່ງ​ມາ​ຈາກ​ຫຼາຍ​ສາ­ເຫດ… ຕາມ “ແນວ​ລາວ” ໄດ້​ໄປ​ໂອ້​ລົມ​ສົນ­ທະ­ນາ​ກັບ​ຫຼາຍ​ຄົນ ມີ​ຄຳ​ເຫັນ​ຕ່າງ​ກັນ​ໃນ​ການ​ແກ້​ໄຂ ເຊິ່ງ​ພໍ​ສະ­ຫຼຸບ​ໄດ້​ດັ່ງ­ນີ້:

1.ຕ້ອງ​ຈຳ­ກັດ​ບໍ່​ໃຫ້​ຊື້​ລົດ (ລົດ​ສີ່​ຕີນ) ໄດ້​ຕາມ­ໃຈ ນັບ​ທັງ​ຄອບ­ຄົວ ແລະ ບໍ­ລິ­ສັດ​ຕ່າງໆ… ບົດ­ຮຽນ​ນີ້ ຢູ່​ປະ­ເທດ​ຫວຽດ­ນາມ ເພິ່ນ​ພວມ​ດຳ­ເນີນ​ຢູ່.

2.ຕ້ອງ​ບັງ­ຄັບ​ບໍ່​ໃຫ້​ຈອດ​ລົດ​ແຄມ​ທາງ ດ້ວຍ​ການ​ສ້າງ​ບ່ອນ​ຈອດ​ລົດ​ໃຫ້​ຫຼາຍ​ຂຶ້ນ.

3.ໂຮງ­ຮຽນ ສຳ­ນັກ­ງານ​ໃດ ບໍ່​ມີ​ບ່ອນ​ຈອດ​ລົດ ຕ້ອງ​ມີ​ວິ­ທີ​ແນະ­ນຳ​ໃຫ້​ສ້າງ​ເດີ່ນ​ຈອດ​ລົດ.

4.ຕ້ອງ​ມີ​ເຈົ້າ​ໜ້າ­ທີ່​ລາດ­ຕະ­ເວນ​ເປັນ​ປະ­ຈຳ​ຕາມ​ເສັ້ນ­ທາງ​ສຳ­ຄັນ ເພື່ອ​ລົງ­ໂທດ​ພວກ​ມັກ​ຈອດ​ລົດ​ແຄມ​ທາງ​ດົນ​ໂພດ.

ສຳ­ລັບ​ເນື້ອ​ໃນ ຈ.ມ ຂອງ​ເພື່ອນ​ມີ​ດັ່ງ­ນີ້: ຂໍ​ຮຽນ ແລະ ນັບ­ຖື​ມາ​ຍັງ​ທ່ານ ບກ ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ຂ້າ­ພະ­ເຈົ້າ ທ້າວ ກໍ​ລະ​ກັນ ຫຼວງ​ລາດ ປັດ­ຈຸ­ບັນ​ຢູ່​ບ້ານ​ຄຳ​ຮຸ່ງ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ແຕ່​ລະ​ວັນ​ຂ້າ­ພະ­ເຈົ້າ ແລະ ປະ­ຊາ­ຊົນ​ຫຼາຍໆ​ທ່ານ​ທີ່​ອາ­ໄສ​ຢູ່​ໃນ​ເຂດ​ບ້ານ​ສີ­ວິ­ໄລ ບ້ານ​ຄຳ​ຮຸ່ງ ແລະ ເຂດ​ບ້ານ​ໃກ້​ຄຽງ ຕ້ອງ​ໄດ້​ເດີນ­ທາງ​ຜ່ານ​ຕະ­ຫຼາດ ແລະ ພົບ​ກັບ​ຄວາມ​ຫຍຸ້ງ­ຍາກ ແລະ ຄວາມ​ສັບ­ສົນ​ຂອງ​ຕະ­ຫຼາດ​ໂພນ​ສະ­ຫວ່າງ ເຮັດ​ໃຫ້​ບັນ­ຫາ​ລົດ​ຕິດ​ຍາວ ແລະ ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ຜູ້­ນຳ​ໃຊ້​ຖະ­ໜົນ​ຫົນ­ທາງ​ໃນ​ເຂດ​ດັ່ງ­ກ່າວ ຊຶ່ງ​ໃນ​ເວ­ລາ​ຕອນ​ເຊົ້າ​ເຂົ້າ​ມາ​ເຮັດ​ວຽກ​ກໍ​ລົດ​ຕິດ ແລະ ໃນ​ເວ­ລາ​ຕອນ​ແລງ​ເລີກ​ວຽກ​ກໍ​ຕິດ​ເອົາ­ແທ້­ເອົາ­ວ່າ ກວ່າ​ຈະ​ຜ່ານ​ດ່ານ​ນັ້ນ​ໄດ້​ໃຊ້​ເວ­ລາ​ເກືອບ​ຊົ່ວ­ໂມງ (ນັບ​ແຕ່​ສາມ​ແຍກ​ຕີນ​ຄ້ອຍ ຫາ​ສາມ​ແຍກ​ສະ­ຖາ­ນີ​ໂທລະ­ພາບ ແລະ ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ບໍ່​ຮອດ​ສອງ​ກິ​ໂລ) ເນື່ອງ​ຈາກ​ການ​ເຮັດ​ເສັ້ນ­ທາງ​ທີ່​ບໍ່​ມີ​ການ​ສຶກ​ສາ​ຄັກ­ແນ່ ບໍ່​ໄດ້​ມາດ­ຖານ ແລະ ກໍ​ມີ​ການ​ເຮັດ​ຫຼາຍ​ເລນ ຫຼາຍ​ປ່ອງ​ໃຫ້​ລ້ຽວ​ຫຼາຍ​ເກີນ​ໄປ ຜູ້​ໜຶ່ງ​ຢາກ​ລ້ຽວ​ເຂົ້າ​ຕະ­ຫຼາດ ຜູ້​ໜຶ່ງ​ຢາກ​ລ້ຽວ​ກັບ ທາງ​ກໍ​ນ້ອຍ ຊ້ຳ­ບໍ່­ໜຳ​ຜູ້​ຂັບ​ຂີ່​ກໍ​ຈອດ​ແຄມ​ທາງ​ເພີ່ມ​ຂຶ້ນ ເຮັດ​ໃຫ້​ທາງ​ໄປ​ມີ​ແຕ່​ເລນ​ດຽວ.

ຂ້າ­ພະ­ເຈົ້າ​ເອງ​ກໍ​ເຫັນ­ໃຈ​ອ້າຍ​ນ້ອງ​ຕຳ­ຫຼວດ​ທີ່​ມາ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ຂອງ​ຕົນ​ຢູ່​ໜ້າ​ຕະ­ຫຼາດ ຖ້າ​ມາ​ປະ­ຕິ­ບັດ​ວຽກ​ຜູ້​ດຽວ​ແມ່ນ​ຈົນ​ບາງ​ຄັ້ງ​ກໍ​ຍັງ​ບໍ່​ຮູ້​ວ່າ​ຊິ​ໂບກ​ເປີດ ຫຼື ປິດ​ທາງ​ແນວ­ໃດ ເພາະ​ຮ່ອມ​ທາງ​ກາງ​ແມ່ນ​ມີ​ຢູ່​ຫຼາຍ​ຊ່ອງ​ໂພດ

ສະ­ນັ້ນ ຕ້ອງ​ໃຊ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ຢ່າງ​ໜ້ອຍ​ຕ້ອງ​ສາມ​ທ່ານ ແຕ່​ຍັງ​ບໍ່​ພົ້ນ​ລົດ​ຕິດ​ຄື­ເກົ່າ.

ຂ້າ­ພະ­ເຈົ້າ​ກໍ​ຮູ້​ວ່າ ຕະ­ຫຼາດ ກໍ​ເປັນ​ສ່ວນ​ໜຶ່ງ​ທີ່​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ ແຕ່​ຖ້າ​ມັນ​ສ້າງ​ຄວາມ​ສັບ­ສົນ​ໃຫ້​ປະ­ຊາ­ຊົນ​ຜູ້​ຜ່ານ​ໄປ​ມາ ກໍ​ຕ້ອງ​ປະ­ສານ​ກັບ​ເຈົ້າ​ຂອງ​ຕະ­ຫຼາດ ຫຼື ພາກ​ເອ­ກະ​ຊົນ ຊ່ວຍ​ກັນ​ແກ້​ໄຂ ບໍ່​ແມ່ນ​ຈະ​ເອົາ​ແຕ່​ຜົນ​ປະ­ໂຫຍດ​ສ່ວນ​ຕົວ​ຫຼາຍ​ເກີນ​ໄປ ຫຼື ປະ­ປ່ອຍ​ໃຫ້​ເປັນ​ບັນ­ຫາ​ແບບ​ນີ້ ເພາະ​ລົດ​ໃນ​ເຂດ​ນະ­ຄອນ­ຫຼວງ ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຊຶ່ງ​ຖ້າ​ປະ​ບັນ­ຫາ​ໄວ້ ມັນ​ກໍ​ຍິ່ງ​ຈະ​ເພີ່ມ​ໜັກ​ຂຶ້ນ​ເລື້ອຍໆ ສະ­ນັ້ນ ຂ້າ­ພະ­ເຈົ້າ​ຈຶ່ງ​ຢາກ​ສະ­ເໜີ​ທາງ​ສື່​ໜັງ­ສື­ພິມ ຊ່ວຍ​ເປັນ​ຜູ້​ປະ­ສານ​ງານ​ໃຫ້​ແນ່ ວ່າ​ທາງ​ຂັ້ນ​ເທິງ​ມີ​ແຜນ​ຈະ​ແກ້​ໄຂ​ແນວ­ໃດ​ບໍ່? ຫຼື ແມ່ນ​ພະ​ແນກ​ໂຍ­ທາ​ນະ­ຄອນ­ຫຼວງ ຄວນ​ເປັນ​ເຈົ້າ​ການ​ບໍ? ແຕ່​ຂ້າ­ພະ­ເຈົ້າ​ຄິດ​ວ່າ ຖ້າ​ປິດ​ຮ່ອມ​ທາງ​ກາງ​ໄດ້ ແລະ ສ້າງ​ເປັນ​ທາງ​ວົງ­ວຽນ​ໃຫ້​ກວ້າງ ກໍ​ຈະ​ຊ່ວຍ​ໃຫ້​ບັນ­ຫາ​ລົດ​ຕິດ​ໄດ້​ພໍ​ສົມ­ຄວນ ເໝືອນ​ກັບ​ບັນ­ດາ​ປະ­ເທດ​ທີ່​ຈະ­ເລີນ​ແລ້ວ ທີ່​ເຂົາ­ເຈົ້າ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ.

ສຸດ​ທ້າຍ​ນີ້ ຂ້າ­ພະ­ເຈົ້າ​ຂໍ​ຂອບ­ໃຈ​ມາ​ຍັງ​ທ່ານ ບກ ມາ​ໃນ​ໂອ­ກາດ​ນີ້ ແລະ ຫວັງ​ວ່າ​ທ່ານ​ຈະ​ເປັນ​ຜູ້​ຊ່ວຍ​ປະ­ສານ ຫຼື ອອກ​ຂ່າວ ເພື່ອ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ຊອກ​ວິ­ທີ​ແກ້​ໄຂ​ຊ່ວຍ​ດ້ວຍ?.

ຄວາມສ່ຽງນໍ້າຖ້ວມວຽງຈັນ

Standard

ມື້­ກ່ອນ​ຂຽນ​ບົດ​ເລື່ອງ​ນ້ຳ​ຖ້ວມ ຢູ່​ເມືອງ​ບາງ­ກອກ ປະ­ເທດ​ໄທ ວ່າ​ສາ­ເຫດ​ຫຼັກ​ມາ​ຈາກ​ການ​ເປັ່ງ​ນ້ຳ​ລົງ​ສູ່​ທະ­ເລ​ບໍ່​ໄດ້ ແລະ ນ້ຳ​ອັ່ງ ເພາະ​ມີ​ການ​ກໍ່­ສ້າງ​ຖົມ​ຄອງ​ນ້ຳ​ທຳ​ມະ​ຊາດ ເຊິ່ງ​ຂໍ້​ມູນ​ນີ້​ເຂົາ​ວ່າ​ກັນ​ເອງ! … ເລີຍ​ຕັ້ງ​ບັນ­ຫາ​ເລື່ອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ອາດ​ສ່ຽງ​ເພາະ​ດຽວ­ນີ້ ມີ​ການ​ກໍ່­ສ້າງ​ຖົມ​ຄອງ​ນ້ຳ ຫຼື ໜອງ​ກັນ​ແລ້ວ !…

ໄດ້​ອ່ານ​ບົດ ການ​ພັດ­ທະ­ນາ​ຜັງ­ເມືອງ ມີ​ສ່ວນ​ຊ່ວຍ​ປ້ອງ​ກັນ​ໄພ­ພິ­ບັດ​ຢ່າງ­ໃດ ? ເຊິ່ງ​ເປັນ​ບົດ​ສຳ­ພາດ​ທ່ານ ສຈ.ດຣ. ບຸນ​ເຫຼື່ອມ ສີ​ສຸ​ລາດ ຢູ່​ວາ­ລະ­ສານ​ສະ​ຖາ​ປາ​ນິກ ແລະ ວິ­ສະ­ວະ­ກອນ​ກໍ່­ສ້າງ​ລາວ ສະ­ບັບ​ທີ 030 ເພິ່ນ​ໃຫ້​ທັດ­ສະ­ນະ​ວ່າ: ຄວາມ​ສ່ຽງ​ຂອງ​ນ້ຳ​ຖ້ວມ​ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ມາ​ຈາກ​ສອງ​ສາ­ເຫດ ຄື: ສາ­ເຫດ​ທີ​ໜຶ່ງ ແມ່ນ​ເກີດ​ຈາກ​ນ້ຳ​ລົ້ນ​ຄັນ​ຄູ (ຊຶ່ງ​ໄດ້​ຮັບ​ການ​ກໍ່­ສ້າງ​ຂຶ້ນ​ໃໝ່) ແລະ ອາດ​ຈະ​ເກີດ​ຂຶ້ນ​ໄດ້​ທຸກໆ 30 ປີ ຕາມ​ສະ­ຖິ­ຕິ.

ສາ­ເຫດ​ທີ​ສອງ ແມ່ນ​ເກີດ​ຂຶ້ນ​ຈາກ​ນ້ຳ​ຂັງ​ພາຍ​ໃນ​ຕົວ​ເມືອງ ຫຼື​ວ່າ​ນ້ຳ​ໄຫຼ​ອອກ​ບໍ່​ທັນ​ຍ້ອນ​ຮ່ອງ​ລະ­ບາຍ​ນ້ຳ​ອູດ​ຕັນ ຂາດ​ປະ­ຕູ​ນ້ຳ ແລະ ເຄື່ອງ​ຈັກ​ດູດ​ນ້ຳ​ບໍ່​ພຽງ­ພໍ ແລະ ເໝາະ​ສົມ.

ເວົ້າ​ເລື່ອງ​ນ້ຳ​ຖ້ວມ​ວຽງ​ຈັນ​ໃນ​ໄລ­ຍະ 50 ປີ­ຜ່ານ­ມາ​ນີ້ ມີ 3 ຄັ້ງ ຄື: ປີ 1966 1971 ແລະ 2008 ແຕ່​ໃນ​ຄັ້ງ​ປີ 1966 ແມ່ນ​ໜັກ­ໜ່ວງ​ຖ້ວມ​ຕະ­ຫຼາດ​ເຊົ້າ ແລະ ສະ­ໜາມ​ບິນ​ວັດ​ໄຕ.

ຜ່ານ​ການ​ພົບ​ປະ​ໂອ້​ລົມ​ຫຼາຍ​ຄົນ ແນວ​ລາວ ກໍ​ຄິດ​ຄື​ກັນ ເລື່ອງ​ອັນ­ຕະ­ລາຍ​ຈາກ​ນ້ຳ­ຂອງ​ບໍ່​ຫ່ວງ​ປານ­ໃດ ເພາະ​ມີ​ການ​ກໍ່­ສ້າງ​ຄູ​ກັນ​ນ້ຳ­ຂອງ​ແຂງ­ແຮງ​ແໜ້ນ­ໜາ ແລະ ສູງ​ພໍ​ສົມ­ຄວນ ແຕ່​ພັດ​ເປັນ​ຫ່ວງ​ນ້ຳ​ຂັງ ຫຼື ນ້ຳ​ອັ່ງ​ຈາກ​ທາງ​ໃນ ຊຶ່ງ​ອາດ​ບໍ່​ຮ້າຍ​ແຮງ​ເໝືອນ​ປີ 1966 ແຕ່​ຈະ​ສ້າງ​ຄວາມ​ລຳ​ຄານ ແລະ ມັນ​ຈະ​ແກ່­ຍາວ​ຍ້ອນ​ນ້ຳ​ໄຫຼ​ອອກ​ບໍ່​ໄວ… ສະ­ນັ້ນ ຫຼາຍ​ຄົນ​ຈຶ່ງ​ຕັ້ງ​ບັນ­ຫາ​ວ່າ ຄວນ​ຈັດ​ກອງ​ປະ­ຊຸມ​ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ຈາກ​ຫຼາຍໆ​ພາກ­ສ່ວນ ແລະ ເມື່ອ​ເປັນ​ເອ­ກະ​ພາບ​ກັນ​ແລ້ວ ຈຶ່ງ​ຊອກ​ວິ­ທີ​ແກ້​ໄຂ​ບັນ­ຫາ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ­ນາ­ຄົດ ຕ້ອງ​ໄດ້​ຕັດ­ສິນ​ໃຈ​ລົງ­ທຶນ​ກໍ່­ສ້າງ​ກິດ­ຈະ­ການ​ໃດ​ໜຶ່ງ​ຢ່າງ​ຈິງ​ຈັງ ເພື່ອ​ປ່ອຍ​ນ້ຳ​ອອກ​ສູ່​ນ້ຳ­ຂອງ​ໃຫ້​ໄດ້​ໄວ​ທັນ​ການ.

ສຳ­ລັບ​ຄວາມ​ຄິດ​ເຫັນ​ເບື້ອງ​ຕົ້ນ​ຂອງ​ທ່ານ ສຈ.ດຣ ບຸນ​ເຫຼື່ອມ ສີ​ສຸ​ລາດ ຂຽນ​ໄວ້ ມີ​ດັ່ງ­ນີ້:

1. ຄວນ​ເອົາ­ໃຈ­ໃສ່​ຈຸດ​ປາຍ­ທາງ​ເສຍ​ກ່ອນ ໝາຍ​ຄວາມ​ວ່າ ລະ­ບົບ​ລະ­ບາຍ​ນ້ຳ​ອອກ​ຈາກ​ບຶງ​ທາດ­ຫຼວງ ລົງ​ໃສ່​ນ້ຳ­ໝາກ​ຮຽວ (ຫຼື ນ້ຳ​ງື່ມ) ດ້ວຍ​ເຮັດ​ເປັນ​ຮ່ອງ​ລະ­ບາຍ​ນ້ຳ​ຖາ­ວອນ ຂະ­ໜາດ​ໃຫຍ່ ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ.

2. ການ​ສະ­ຫງວນ​ເຂດ​ບຶງ​ທາດ­ຫຼວງ ເພື່ອ​ບໍ່​ໃຫ້​ມີ​ການ​ຖົມ ແລະ ເຮັດ​ໃຫ້​ບໍ​ລິ​ມາດ​ບັນ­ລຸ​ນ້ຳ​ໜ້ອຍ​ລົງ ພ້ອມ​ກັນ​ນັ້ນ​ກໍ​ຄວນ​ມີ​ແຜນ­ການ​ລວງ​ພື້ນ​ບຶງ ແລະ ຂຸດ​ເອົາ​ຂີ້­ຕົມ​ອອກ ຕ້ອງ​ມີ​ວິ­ທີ​ສະ­ກັດ​ກັ້ນ​ການ​ລຸ­ກລາມ ໂດຍ​ການ​ກໍ່­ສ້າງ​ເສັ້ນ­ທາງ​ເລາະ​ບຶງ​ທາດ­ຫຼວງ​ທັງ​ສອງ​ດ້ານ ເພື່ອ​ກຳ­ນົດ​ເຂດ​ຂອງ​ບຶງ​ໃຫ້​ຈະ­ແຈ້ງ.

3. ການ​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ຊົນ­ລະ­ປະ­ທານ ເພື່ອ​ເປັນ​ເອ­ກະ​ພາບ​ໃນ​ດ້ານ​ການ​ໃຊ້​ນ້ຳ​ຈາກ​ຮ່ອງ​ລະ­ບາຍ​ນ້ຳ (ເພື່ອ​ບໍ່​ໃຫ້​ມີ​ປະ­ຕູ​ນ້ຳ​ຕັນ​ຮ່ອງ​ລະ­ບາຍ​ນ້ຳ).

4. ຕາມ​ຮ່ອງ​ລະ­ບາຍ​ນ້ຳ​ທີ່​ໄດ້​ສ້າງ​ໄປ​ແລ້ວ ຄວນ​ມີ​ການ​ລວງ​ຢູ່​ເລື້ອຍໆ ແລະ ຖ້າ​ຈຳ­ເປັນ​ຄວນ​ມີ​ການ​ຕິດ​ຕັ້ງ​ປ້ຳ​ດູດ​ນ້ຳ ເປັນ​ບ່ອນໆ​ທີ່​ໃຫ້​ຮ່ອງ­ນ້ຳ​ຢູ່​ຕົ້ນ​ທາງ­ບົກ​ແຫ້ງ​ລົງ (ໃນ​ເວ­ລາ​ຍາມ​ຝົນ).

5. ຂັ້ນ​ຕອນ​ສຸດ​ທ້າຍ​ແມ່ນ ການ​ສຳ​ຫຼວດ​ຄືນ​ວ່າ ຮ່ອງ​ລະ­ບາຍ​ນ້ຳ​ທີ່​ຖືກ​ຖົມ​ໄປ​ແລ້ວ​ນັ້ນ ຍັງ​ໄດ້​ໃຊ້​ການ​ໄດ້​ຫຼື​ບໍ່ ຄວນ​ຂຸດ​ຮ່ອງ​ໃຫ້​ຄື້ນ​ຢູ່​ສະ­ພາບ​ເດີມ​ຫຼື​ບໍ່ ແລະ ອື່ນໆ … ຖ້າ​ຫາກ​ຮ່ອງ​ທອງ​ອຸດ​ຕັນ​ເຂດ​ວັດ​ຈັນ ອິນ​ແປງ ອົງ​ຕື້ ມີ​ໄຊ ຫາຍ​ໂສກ ເຊິ່ງ​ເປັນ​ເຂດ​ເມືອງ­ເກົ່າ ແລະ ຕ່ຳ ອາດ​ຈະ​ມີ​ນ້ຳ​ຖ້ວມ​ນ້ຳ​ຂັງ​ໃນ​ອະ­ນາ­ຄົດ.

ຫຼາຍແຫ່ງສະເຫຼີມສະຫຼອງວັນຄູແຫ່ງຊາດ

Standard

 

ວິ­ທະ­ຍາ­ໄລ​ຄູ​ດົງ​ຄຳ​ຊ້າງ ໄດ້​ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຄູ​ແຫ່ງ​ຊາດ ທີ 7 ຕຸ­ລາ ຄົບ­ຮອບ 18 ປີ (ວັນ​ທີ 7 ຕຸ­ລາ 1994-7ຕຸ­ລາ 2012) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4ຕຸ­ລາ 2012ທີ່​ວິ­ທະ­ຍາ­ໄລ​ດັ່ງ­ກ່າວ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ສຸກ ທີ­ລະ​ສັກ ຫົວ­ໜ້າ​ກົມ​ພາ­ລະ ແລະ ສິ­ລະ​ປະ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ​ຮອງ​ຫົວ­ໜ້າ​ກົມ​ສ້າງ​ຄູ ພ້ອມ​ດ້ວຍ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ແລະ ນ້ອງ​ນັກ​ສຶກ​ສາ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຄູ​ແຫ່ງ​ຊາດ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ຫວນ​ຄືນ​ປະ­ຫວັດ​ຄວາມ​ເປັນ​ມາ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ວັນ​ຄູ​ແຫ່ງ​ຊາດ ພ້ອມ​ນັ້ນ ກໍ​ໄດ້​ຂຶ້ນ​ອ່ານ​ສານ​ອວຍ­ພອນ​ວັນ​ຄູ​ແຫ່ງ​ຊາດ ພ້ອມ​ທັງ​ໄດ້​ມີ​ການ​ມອບ​ຊໍ່​ດອກ​ໄມ້ ແລະ ຂອງ­ຂວັນ​ໃຫ້​ແກ່​ຄູ-ອາ­ຈານ ເພື່ອ​ເປັນ​ການ​ລະ­ນຶກ​ເຖິງ​ບຸນ­ຄຸນ ແລະ ຄຸນ­ງາມ­ຄວາມ­ດີ​ຂອງ​ຄູ​ທີ່​ມີ​ຕໍ່​ປະ­ເທດ​ຊາດ ທີ່​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ຕົວ​ຈິງ​ດ້ານ​ການ​ຮ່ຳ­ຮຽນ​ຂອງ​ລູກ​ຫຼານ ກໍ​ຄື​ນ້ອງ​ນັກ­ຮຽນ-ນັກ​ສຶກ​ສາ ໄດ້​ຮັບ​ການ​ພັດ­ທະ­ນາ​ດີ​ຂຶ້ນ ເຮັດ​ໃຫ້​ຄຸນ​ນະ​ພາບ​ການ​ສຶກ​ສາ​ຂອງ​ຊາດ​ທຽບ​ເທົ່າ​ກັບ​ພາກ​ພື້ນ.

ຂ່າວ​ແຈ້ງ​ຕື່ມ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ​ນີ້ ທີ່​ສະ­ໂມ­ສອນ​ເມືອງ​ໄຊ​ເຊດ​ຖາ ກໍ​ໄດ້​ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຄູ​ແຫ່ງ​ຊາດ ວັນ​ທີ 7 ຕຸ­ລາ​ເຊັ່ນ​ກັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ພວງ ຈູມ​ມະ​ລີ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ​ຮອງ​ເຈົ້າ­ເມືອງ​ໄຊ​ເຊດ​ຖາ ພ້ອມ​ດ້ວຍ​ພະ­ນັກ­ງານ ຄູ-ອາ­ຈານ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໃນ​ວັນ​ດຽວ​ກັນ​ນີ້ ທີ່​ໂຮງ­ຮຽນ ມ.ປາຍ ມິດ­ຕະ­ພາບ ນະ­ຄອນ­ຫຼວງ​ວຽງ​ຈັນ-ນະ­ຄອນ​ໂຮ່​ຈິ​ມິນ ກໍ​ໄດ້​ຈັດ​ສະ­ເຫຼີມ­ສະ­ຫຼອງ​ວັນ​ຄູ​ແຫ່ງ​ຊາດ​ເຊັ່ນ​ດຽວ​ກັນ ໂດຍ​ມີ​ທ່ານ​ຜູ້­ຕາງ­ໜ້າ​ຈາກ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ ບັນ­ດາ​ແຂກ​ທີ່​ຖືກ​ເຊີນ ພະ­ນັກ­ງານ ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນ​ພາຍ​ໃນ​ໂຮງ­ຮຽນ​ເຂົ້າ​ຮ່ວມ.